ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ສະໄໝທີ VI ຮອບທີ II ຄະນະພັກ ອົງການກົມ 213
ເວລາອອກຂ່າວ: 2024-07-19 12:58:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1775 | ຄວາມນິຍົມ:



ໃນວັນທີ 18 ກໍລະກົດ 2024ນີ້, ທີ່ກົມ 213 ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ສະໄໝທີ VI ຮອບທີ II ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ທອງວັນ ຈັນທະວົງ ກໍາມະການຄະນະ ກະຊວງປ້ອງກັນປະເທດ, ເລຂາຄະນະ ພັກອົງການກົມ, ຫົວໜ້າກົມ 123, ມີຄະນະພັກ ອົງການກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາກົມກອງຮາກຖານຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງເຂົ້າຮ່ວມ. ໃນກອງປະຊຸມສະຫາຍ ພົນຕີ ທອງວັນ ຈັນທະວົງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງຜ່ານບົດລາຍງານການເມືອງທັງສອງພາກເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດຕັ້ງປະຕິບັດໜ້າທີ່ວຽກງານຮອບດ້ານ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ໃນນີ້ອັນພົ້ນເດັ່ນແມ່ນວຽກງານປັບປຸງກໍ່ສ້າງພັກກໍ່ສ້າງກໍາລັງ, ເຊິ່ງໄດ້ຕັ້ງໜ້າສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ພະນັກງານສະມາຊິກພັກມີຄວາມເຂັ້ມແຂງໜັກແໜ້ນ, ເປັນເຈົ້າການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນພັກ, ເສີມຂະຫຍາຍຄວາມສາມັກຄີພາຍໃນເປັນປຶກແຜນ, ຫ້າວຫັນເຮັດສໍາເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ນອກນີ້ ຍັງໄດ້ເອົາໃຈໃສ່ກໍ່ສ້າງພັກຕາມ 5 ຫຼັກການ 3 ທິດນໍາ, ເຮັດໃຫ້ການຈັດຕັ້ງພັກມີຄວາມເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ, ຕິດພັນກັບການປັບປຸງກໍ່ສ້າງພື້ນຖານໂຄງລ່າງ, ປູກຝັງ- ລ້ຽງສັດ ສາມາດຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນເປັນກ້າວໆ, ພ້ອມດຽວກັນນີ້ປະທານກອງປະຊຸມ ຍັງໄດ້ຊີ້ນໍາ ແລະ ມີຄຳເຫັນໂອ້ລົມ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນວ່າ: ກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍສຳຄັນຍິ່ງ ເພາະເປັນການປະຕິບັດຕາມລະບຽບຫຼັກການຈັດຕັ້ງນຳພາຂອງພັກ, ແນໃສ່ປັບປຸງກໍ່ສ້າງພັກທາງດ້າການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນການນຳພາ, ແບບແຜນວິທີເຮັດວຽກ, ທັງເປັນບັ້ນດຳເນີນຊີວິດການເມືອງພາຍໃນພັກ, ເພື່ອສຳຫຼວດກວດກາຄືນການຈັດຕັ້ງປະຕິບັດມະຕິຕ່າງໆ ຂອງຄະນະພັກຂັ້ນເທິງກໍຄືມະຕິຂອງຄະນະພັກຂັ້ນຕົນ, ເປັນການຍົກສູງຄຸນນະພາບ, ບົດບາດ, ຄວາມສາມາດການນຳພາຂອງຄະນະພັກ, ເປັນການປົວແປງພາຍໃນພັກ, ປັບປຸງທັດສະນະຫຼັກໝັ້ນຂອງພັກ, ຕິດພັນກັບຂະບວນການ, ການດຳເນີນທາບທາມບຸກຄະລາກອນຕາມຂັ້ນຕອນຢ່າງມີປະຊາທິປະໄຕຖືກຕ້ອງຕາມລະບຽບຫຼັກການຂອງພັກ. ກອງປະຊຸມບັນດາສະຫາຍຜູ້ແທນສົມບູນທີ່ຕາງໜ້າໃຫ້ສະມາຊິກພັກ ກໍໄດ້ພ້ອມກັນໃຊ້ສິດຂອງຕົນປ່ອນບັດທາບທາມເອົາບຸກຄະລາກອນທີ່ຈະສະໝັກຮັບເລືອກຕັ້ງເຂົ້າເປັນຄະນະບໍລິຫານງານພັກອົງການກົມ 213 ຮອບທີ II ສະໄໝທີ Vl ໄດ້ສໍາເລັດຕາມແຜນການ. ໂດຍ:​ ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ