ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ວິທະຍາຄານການແພດກອງທັບ ມອບເງິນນະໂຍບາຍອຸດໜູນບໍານານ
ເວລາອອກຂ່າວ: 2024-09-09 15:09:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1340 | ຄວາມນິຍົມ:



ວັນທີ 4 ກັນຍາ ຜ່ານມານີ້, ວິທະຍາຄານການແພດກອງທັບ ໄດ້ມອບເງິນນະໂຍບາຍອຸດໜູນບໍານານໃຫ້ນາຍທະຫານທີ່ພັກການ ຮັບບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ຫົວໜ້າການເມືອງ ວິທະຍາຄານການແພດກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາຫ້ອງການ, ພະແນກການ ແລະ ພາກສ່ວນທີ່ໄດ້ຮັບນະໂຍບາຍອຸດໜູນບໍານານ ເຂົ້າຮ່ວມ. ສະຫາຍ ພັນໂທ ພອນສີ ວິໄລພັນ ຫົວໜ້າພະແນກນະໂຍບາຍ ວິທະຍາຄານການແພດກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານ ພັກການຮັບບໍານານ, ໂດຍອີງຕາມກົດໝາຍ ວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ, ອີງຕາມກົດໝາຍ ວ່າດ້ວຍ ປະກັນສັງຄົມ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ອີງຕາມການຄົ້ນຄວ້າ ແລະ ສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດຕົກລົງໃຫ້ ສະຫາຍ ພັນຕີ ນາງ ຄໍາເລັ່ງ ສີປະເສີດ ແພດປະຈໍາ ວິທະຍາຄານການແພດກອງທັບ ພັກການຮັບບໍານານ ໂດຍໃຫ້ຄິດໄລ່ເງິນອຸດໜູນ, ເງິນຊົດເຊີຍ, ເງິນເດືອນບໍານານໃນແຕ່ລະເດືອນ ແລະ ຍົກຂັ້ນເງິນເດືອນເປັນພັນໂທ ລວມຈໍານວນເງິນອຸດໜູນທີ່ໄດ້ຮັບ ທັງໝົດ 18.000.000 ກີບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ດຣ ສຸລິວົງ ລັດວິໄລ ໄດ້ໂອ້ລົມຕໍ່ພະນັກງານທີ່ ພັກການ ຮັບບໍານານ ເຊິ່ງສະຫາຍໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ສະຫາຍ ພັນຕີ ນາງ ຄໍາເລັ່ງ ສີປະເສີດ ທີ່ໄດ້ສ້າງຜົນງານ, ຄຸນງາມຄວາມດີໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ວຽກງານຂະບວນການຕ່າງໆ ໃນໄລຍະທີ່ຜ່ານມາ, ເມື່ອສະຫາຍໄດ້ພັກຜ່ອນແລ້ວ ໃຫ້ສືບຕໍ່ເປັນແບບຢ່າງທີ່ດີ, ເບິ່ງແຍງ ແລະ ໃຫ້ຄວາມຊ່ວຍເຫຼືອປະຊາຊົນ, ສ້າງເສດຖະກິດຄອບຄົວຕາມຄວາມອາດສາມາດຂອງຕົນ ແລະ ຮັກສາສຸຂະພາບໃຫ້ແຂງແຮງ ດໍາເນີນຊີວິດກັບຄອບຄົວຢ່າງມີຄວາມສຸກ ແລະ ໝູນໃຊ້ຈໍານວນເງິນດັ່ງກ່າວໃຫ້ເກີດດອກອອກຜົນ. ໂດຍ: ສີເຫຼົ່າ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ