ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ
ເວລາອອກຂ່າວ: 2024-09-09 15:23:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1370 | ຄວາມນິຍົມ:



ວັນທີ 9 ກັນຍາ ນີ້, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ສົມທົບກັບຄະນະປົກຄອງບ້ານໜອງບອນ, ຄະນະສະຫະພັນນັກຮົບເກົ່າບ້ານໜອງບອນ ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ ( 09/09/2002 – 09/09/2024 ), ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ຄໍາຫອມ ແສງບົວລົມ ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຄະນະບໍລິຫານງານພັກ, ຮອງປະທານສະຫະພັນນັກຮົບເກົ່າ, ຄະນະກົມ, ຫ້ອງການ, ຄະນະປົກຄອງບ້ານໜອງບອນ, ຄະນະສະຫະພັນນັກຮົບເກົ່າບ້ານໜອງບອນ ພ້ອມດ້ວຍ ພະນັກງານ-ລັດຖະກອນ ທົ່ວສະຫະພັນນັກຮົບເກົ່າ ເຂົ້າຮ່ວມ. ການປາຖະກະຖາຄັ້ງນີ້, ເພື່ອຫວນຄືນມູນເຊື້ອອັນສະຫງ່າງາມຂອງຖັນແຖວນັກຮົບເກົ່າ, ມູນເຊື້ອການຕໍ່ສູ້ພິລະອາດຫານ, ການເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ແລະ ຜົນງານອັນໃຫຍ່ຫຼວງຂອງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຕະຫຼອດໄລຍະ 22 ປີຜ່ານມາ ແລະ ອາໄລຮັກເຖິງຜູ້ນໍາຮຸ່ນທໍາອິດທີ່ນໍາພາການຕໍ່ສູ້ໃນເມື່ອກ່ອນ; ບັນດາວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນທົ່ວກອງທັບ, ເພື່ອນຮ່ວມຮົບ, ເພື່ອນຮ່ວມອຸດົມການອັນດຽວກັນທີ່ໄດ້ສະຫຼະຊີວິດ, ເລືອດເນື້ອທີ່ຈາກພວກເຮົາໄປ. ສະຫາຍ ພົນຈັດຕະວາ ຄໍາຫອມ ແສງບົວລົມ ວິລະຊົນແຫ່ຊາດ ອະດີດນັກຮົບທີ່ເຄີຍຜ່ານສະໜາມຮົບຕົວຈິງ, ຜ່ານການຢືນຕໍ່ສູ້ຕ້ານການຮຸກຮານຂອງຕ່າງຊາດ, ເປັນຜູ້ທີ່ມີບົດຮຽນ ແລະ ປະສົບການໃນການນໍາພາ-ຊີ້ນໍາວຽກງານສະຫະພັນນັກຮົບເກົ່າ ໄດ້ຮັບຜົນສໍາເລັດຜ່ານມາໄດ້ຫວນຄືນມູນເຊື້ອບາງຕອນສຳຄັນວ່າ: ໃນເວລາຢູ່ເຂດປົດປ່ອຍ ພັກ-ລັດ ກໍໄດ້ເອົາໃຈໃສ່ເບິ່ງແຍງດູແລ ແລະ ມີນະໂຍບາຍຕໍ່ພະນັກງານບຳນານ, ທະຫານ ເມື່ອຮອດອາຍຸກະສຽນກໍພັກຜ່ອນ; ສ້າງເງື່ອນໄຂໃຫ້ພວກເພິ່ນໄດ້ເຄື່ອນໄຫວຮ່ວມຊີວິດທາງດ້ານການເມືອງ, ໄດ້ຮັບການເບິ່ງແຍງດູແລດ້ານສຸຂະພາບ ແລະ ໄດ້ຮັບຄວາມອົບອຸ່ນທາງດ້ານຈິດໃຈ; ພາຍຫຼັງປະເທດຊາດປົດປ່ອຍສົມບູນ ພັກ-ລັດໄດ້ເກັບກຳ, ຄຸ້ມຄອງ ນັກຮົບເກົ່າຢ່າງເປັນລະບົບແທດເໝາະກັບ ແຕ່ລະໄລຍະຂອງການປະຕິວັດ, ພັກ-ລັດ ໄດ້ໃຫ້ຄວາມສໍາຄັນ ແລະ ຕີລາຄາສູງຕໍ່ບັນດານັກຮົບເກົ່າປະຕິວັດ ທີ່ໄດ້ປະກອບສ່ວນອັນສໍາຄັນໃນພາລະກິດປະຕິວັດຊາດປະຊາທິປະໄຕ ກໍຄື ບົດບາດຂອງນັກຮົບເກົ່າໃນການປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະໃໝ່ ຮອດປີ 2002 ສະຫະພັນນັກຮົບເກົ່າແຫ່ງຊາດລາວ ໄດ້ຮັບການສ້າງຕັ້ງ ຂຶ້ນຢ່າງເປັນທາງການ ໂດຍກົມການເມືອງສູນກາງພັກ ວ່າດ້ວຍ ການສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ; ສະນັ້ນ, ວັນທີ 9 ກັນຍາ 2002 ຈຶ່ງເປັນວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວຕະຫລອດມາ. ການປະຖະກະຖາຍັງເປັນການຫວນຄືນເຖີງທາດແທ້ມູນເຊື້ອປະຕິວັດ, ການຕໍ່ສູ້ອັນພິລະອາດຫານ ບໍ່ຍອມຈຳນົນ, ຍອມເສຍສະຫຼະເລືອດເນື້ອເພື່ອປະເທດຊາດ ແລະ ປະຊາຊົນ ເພື່ອຜືນແຜ່ນດິນອັນແສນຮັກຂອງບັນດາສະຫາຍນັກຮົບເກົ່າ ເຊິ່ງສະແດງໃຫ້ເຫັນເຖິງຜົນງານອັນໃຫຍ່ຫຼວງ ມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນນັກຮົບເກົ່າ ຕະຫຼອດໄລຍະ 22 ປີຜ່ານມາ. ເພື່ອໂຄສະນາ-ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວ ບັນດາເຜົ່າ ໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບມູນເຊື້ອດັ່ງກ່າວໃຫ້ເລິກເຊິ່ງ ແລະ ຊີ້ໃຫ້ເຫັນພືດຕິກໍາທາງດ້ານປະຫວັດສາດອັນເປັນຮູບປະທຳ, ແມ່ນຄວາມເປັນຈິງພາວະວິໄສ, ມັນບໍ່ແມ່ນຂະບວນການເກີດຂຶ້ນໂດຍບັງເອີນຈິນຕະນາການແຕ່ຢ່າງໃດ, ແຕ່ຍ້ອນເກີດຂຶ້ນຈາກຄວາມຄຽດແຄ້ນ, ເລືອດເນື້ອ ແລະ ຢາດນໍ້າຕາແຫ່ງຄວາມເສຍສະຫຼະຂອງນັກຮົບປະຕິວັດ, ກໍຄື ລັດທິຮັກຊາດອັນດູດດື່ມບົນຈິດໃຈຟົດຟື້ນປະຕິວັດ, ຮັກເຊື້ອແພງຊາດອັນແທ້ຈິງ, ມີເພີ່ນວັນນັ້ນຈຶ່ງມີພວກເຮົາໃນວັນນີ້. ຊົມເຊີຍວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 22 ປີ ຢ່າງສຸດໃຈນໍ້າໃຈ, ວັນທີ 9 ກັນຍາ ໝັ້ນຍືນ, ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດຂອງນັກຮົບເກົ່າຢ່າງຕັ້ງໜ້າ. ໂດຍ: ສຸເວດ ສີດາຄໍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ