ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 07 ມີນາ 2026

  

ປະກາດການຈັດຕັ້ງ ຢູ່ກອງພັນ 160
ເວລາອອກຂ່າວ: 2024-09-10 14:43:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1906 | ຄວາມນິຍົມ:



ພິທີປະກາດແຕ່ງຕັ້ງຄະນະບັນຊາກອງພັນ, ກອງຮ້ອຍ ແລະ ອົງການ ກອງພັນ 160 ໄດ້ຈັດຂຶ້ນໃນວັນທີ 10 ກັນຍາ 2024 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຳພອນ ສຸກວິໄຊ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກອງພັນ, ກອງຮ້ອຍ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ກົມໃຫຍ່ການເມືອງກອງທັບ ແລະ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຄະນະບັນຊາກອງພັນ, ກອງຮ້ອຍ ແລະ ອົງການກອງພັນ 160. ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ສຸກຖາວອນ ວິໄລພົງ ເປັນຮອງຫົວໜ້າການທະຫານ, ສະຫາຍ ພັນຕີ ສົມໝາຍ ຈັນທະຄູນ ເປັນຮອງຫົວໜ້າການເມືອງ, ສະຫາຍ ພັນຕີ ໄມທຸຍ ສ່ຽວອຸ່ນລາພັນ ເປັນຫົວໜ້າການທະຫານ ກອງຮ້ອຍ 2, ສະຫາຍ ຮ້ອຍເອກ ບຸນປອນ ຜິວລາພາ ເປັນຫົວໜ້າການທະຫານ ກອງຮ້ອຍ 1, ສະຫາຍ ຮ້ອຍເອກ ບົວແກ້ວ ເພັງສະຫວັນ ເປັນຫົວໜ້າການເມືອງກອງຮ້ອຍ 1, ສະຫາຍ ຮ້ອຍເອກ ສົດສະຫວັນ ຈັນທະວົງ ເປັນຮອງຫົວໜ້າການທະຫານ ກອງຮ້ອຍ 2, ສະຫາຍ ພັນຕີ ສຸດດາວົງ ວິຈິດວົງສາ ເປັນຮອງຫົວໜ້າອົງການກອງພັນ ແລະ ສະຫາຍ ຮ້ອຍໂທ ເພັງ ຈັນທອງພັດ ເປັນຮອງຫົວໜ້າການທະຫານ ກອງຮ້ອຍ 1. ໂອກາດນີ້, ສະຫາຍ ພັນເອກ ອຳພອນ ສຸກວິໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍ ພ້ອມກັນສືບຕໍ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ຍົກສູງຄວາມຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີຄວາມສາມັກຄີພາຍໃນ, ພາຍນອກ ໃຫ້ແໜ້ນແຟ້ນ, ດຳລົງຊີວິດ ໃຫ້ປອດໃສຂາວສະອາດ, ມີທັດສະນະມະຫາຊົນກວ້າງຂວາງ ແລະ ເອົາໃຈໃສ່ພັດທະນາຕົນເອງ ແລະ ກົມກອງ ໃຫ້ໝັກແໜ້ນເຂັ້ມແຂງເປັນກ້າວໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ