ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ໄຂສົກຮຽນ 2024-2025
ເວລາອອກຂ່າວ: 2024-09-17 15:07:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1857 | ຄວາມນິຍົມ: ![]()
ວັນທີ 17 ກັນຍາ 2024 ນີ້, ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີ ໄຂສົກຮຽນໃໝ່ 2024-2025 ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ, ມີຄະນະພັກ-ຄະນະບັນຊາ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຮອງຫົວໜ້າການທະຫານ ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານແຜນການກໍ່ສ້າງສົກຮຽນ 2024-2025 ເຊິ່ງມີນັກສຶກສາ ທັງໝົດ: 618 ສະຫາຍ, ໃນນັ້ນ ນັກສຶກສາເກົ່າ 259 ສະຫາຍ ແລະ ນັກສຶກສາເຂົ້າໃໝ່ 359 ສະຫາຍ, ໃນຈຳນວນ 13 ເປົ້າໝາຍ ຄື: ກໍ່ສ້າງຍຸດທະສາດ-ຍຸດທະບັ້ນຮົບ 1 ປີ ຊຸດທີ XXI ມີ 30 ສະຫາຍ, ກໍ່ສ້າງປະລິນຍາໂທການທະຫານ ລະບົບ 2 ປີ ຊຸດທີ XVII ມີ 18 ສະຫາຍ, ກໍ່ສ້າງປະລິນຍາຕີການທະຫານຂັ້ນ ຈໍ-ຊໍ ລະບົບ 2 ປີ ຊຸດທີ XV ມີ 33 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານຂັ້ນກອງພັນໃຫຍ່ ລະບົບ 1 ປີ ຊຸດທີ X ມີ 20 ສະຫາຍ, ກໍ່ສ້າງເລັ່ງລັດການທະຫານຂັ້ນກອງພັນ ລະບົບ 1 ປີ ຊຸດທີ X ມີ 32 ສະຫາຍ, ກໍ່ສ້າງຄູເລັ່ງລັດການທະຫານ ຂັ້ນ ຈໍ-ຊໍ ລະບົບ 1 ປີ ຊຸດທີ III ມີ 24 ສະຫາຍ, ກໍ່ສ້າງຊັ້ນສູງພາສາຫວຽດນາມ ລະບົບ 3 ປີ ຊຸດທີ XIV ມີ 27 ສະຫາຍ, ກໍ່ສ້າງຊັ້ນສູງ ພາສາຈີນ ລະບົບ 4 ປີ ຊຸດທີ XXII ມີ 20 ສະຫາຍ, ກໍ່ສ້າງຊັ້ນສູງ ພາສາອັງກິດ ລະບົບ 4 ປີ ຊຸດທີ XX ມີ 32 ສະຫາຍ, ກໍ່ສ້າງຊັ້ນສູງ ພາສາຣັດເຊຍ ລະບົບ 3 ປີ ຊຸດທີ VIII ມີ 20 ສະຫາຍ, ກໍ່ສ້າງເລັ່ງລັດພາສາອັງກິດ ລະບົບ 1 ປີ ຊຸດທີ XVIII ມີ 32 ສະຫາຍ, ບໍາລຸງວຽກງານ ປກຊ-ປກສ ໃຫ້ການນໍາພັກ-ລັດ ໄລຍະ 64 ວັນ ຊຸດທີ XXI ແລະ XXII ຈໍານວນ 60 ສະຫາຍ, (ເປີດ 2 ຊຸດຊຸດລະ 30 ສະຫາຍ) ແລະ ບໍາລຸງວຽກງານການທະຫານທ້ອງຖິ່ນ ລະບົບ 3 ເດືອນ ຊຸດທີ X ມີ 30 ສະຫາຍ. ທັງນີ້ກໍແນໃສ່ຍົກລະດັບຄວາມຮັບຮູ້ເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນວິທະຍາສາດ ຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜ້າທີ່ການເມືອງຂອງກອງທັບໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການກັບການໜ້າທີ່ການເມືອງໃນໄລຍະໃໝ່ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງເງື່ອນໄຂຕົວຈິງຂອງກົມກອງທ້ອງຖິ່ນຢ່າງມີປະສິດທິຜົນ.
ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕ້ອງເປັນເຈົ້າການປັບປຸງວິທະຍາຄານ, ປັບປຸງໂຄງການຫຼັກສູດ ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງ ພະນັກງານແຕ່ລະຂັ້ນໃຫ້ຖືກຕ້ອງ, ເດັດດ່ຽວສະກັດກັ້ນທຸກປະກົດການຫຍໍ້ທໍ້ໃນໝູ່ຄະນະ ແລະ ກົມກອງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງນາຍທະຫານ ໃຫ້ຮູ້ນໍາໃຊ້ບົດຮຽນທີ່ຮຽນມາເຂົ້າໃນພາກປະຕິບັດຕົວຈິງ, ນຳພາສຶກສາອົບຮົມເປັນເຈົ້າການກໍ່ສ້າງໂຄງການ ການຮຽນ-ການສອນ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີໃນໝູ່ຄະນະເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບຂອງວິທະຍາຄານວາງອອກໃຫ້ເຂັ້ມງວດ. ສຳລັບພາກສ່ວນອົງການ, ວິຊາການ, ຄູ-ອາຈານ ໃຫ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບການ ເມືອງຂອງຕົນ, ຄົ້ນຄວ້າ ແລະ ແຕ່ງບົດສອນຂຶ້ນຫ້ອງສອນ ຕາມໂຄງການອົບຮົມ ແລະ ຕາຕະລາງແຜນການໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສຸມທຸກຄວາມພະຍາຍາມຖ່າຍທອດຄວາມຮູ້-ຄວາມສາມາດທາງດ້ານທິດສະດີ ແລະ ພຶດຕິກໍາຂອງຕົນທີ່ມີໃຫ້ບັນດານັກຮຽນ, ນັກສຶກສາຢ່າງ ເປັນລະບົບຄົບຊຸດ, ອອກແຮງ ແຂ່ງຂັນກັນເຝິກຝົນຄຸນສົມບັດ, ຈັນຍາທຳໃຫ້ກາຍເປັນຄູປະຕິວັດສອນດີ-ສອນເກັ່ງ ແລະ ມີລະບຽບວິໄນເຂັ້ມງວດ.
ໂດຍ: ບຸນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















