ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ (AIMF)
ເວລາອອກຂ່າວ: 2024-09-17 15:12:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1694 | ຄວາມນິຍົມ: ![]()
ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ (AIMF) ຈັດຂຶ້ນໃນວັນທີ 17 ກັນຍາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ສປປ ລາວ, ທ່ານ ເຟເດຣິກ ວານລິເອ ຜູ້ແທນຂັ້ນສູງຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ; ມີເອກອັກຄະລັດຖະທູດ ແຫ່ງສະຫະພາບເອີຣົບ ສ.ຝຣັ່ງ, ສສ ຫວຽດນາມ ແລະ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ໄດ້ກ່າວວ່າ: ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນ ທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ໄດ້ຈັດຂຶ້ນຄັ້ງທໍາອິດ ປີ 2017 ໂດຍບັນດາອໍານາດການປົກຄອງທ້ອງຖິ່ນ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ມີການຈັດກອງປະຊຸມຮ່ວມກັນ ໃນຂອບຂອງຄູ່ຮ່ວມຍຸດທະສາດ ລະຫວ່າງ ສະມາຄົມສາກົນເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ (AIMF) ຮ່ວມກັບ ສະຫະພາບເອີຣົບ (EU), ໃນກອງປະຊຸມດັ່ງກ່າວ ເເມ່ນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ເເລະ ຄວາມຈຳເປັນຂອງການສ້າງຕັ້ງເຄື່ອຂ່າຍບັນດານະຄອນໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (RVASE). ຈຸດປະສົງ ເພື່ອການເສີມຂະຫຍາຍການຮ່ວມມື ເເລະ ການເເລກປ່ຽນແນວທາງການຈັດຕັ້ງປະຕິບັດທີ່ເເທດເໝາະ ໃນການຮັບມືກັບວິກິດການ, ການເຊື່ອມໂຍງພົນລະເມືອງ ເເລະ ການສົ່ງເສີມທາງດ້ານການພັດທະນາຕົວເມືອງ, ແຜນງານຈັດຕັ້ງປະຕິບັດ ເເມ່ນໄດ້ມີການຮັບຮອງ ໂດຍລະບຸຊັດເຈນດ້ານຂອບຂອງການຮ່ວມມື ເພື່ອໃຫ້ບັນລຸເປົ້າຫມາຍຮ່ວມກັນ ເຊັ່ນ: ການຄຸ້ມຄອງຂໍ້ມູນດ້ານເຕັກໂນໂລຊີ, ການຫັນເປັນນະຄອນອັດສະລິຍະ, ການຫັນເປັນຕົວເມືອງຕົວແບບມາດຖານ ເເລະ ມີຄວາມເຂັ້ມແຂງ ໃນການຕ້ານກັບການປ່ຽນແປງທາງດ້ານດິນຟ້າອາກາດ.
ກອງປະຊຸມໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນເບື້ອງຕົ້ນທີ່ບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ ໄດ້ປະກອບຄໍາເຫັນ, ປຶກສາຫາລື, ແລກປ່ຽນທັດສະນະຢ່າງເປັນຮູບປະທໍາ ແລະ ດ້ວຍເຫດຜົນຢ່າງເໝາະສົມ. ແນໃສ່ເພື່ອເສີມສ້າງການພົວພັນ ແລະ ການຮ່ວມມືໃນຂົງເຂດ. ພ້ອມນັ້ນນະຄອນຫຼວງວຽງຈັນ ແມ່ນໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງຄວາມສາມັກຄີ, ການພົວພັນຮ່ວມມື ຈະສືບຕໍ່ຊຸກຍູ້ນະໂຍບາຍ ແລະ ການຈັດຕັ້ງປະຕິບັດເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ.
ພ້ອມນີ້ ສປປ ລາວ ຍັງໄດ້ກຳນົດເອົາປີນີ້ເປັນ “ປີທ່ອງທ່ຽວລາວ 2024” ເພື່ອສົ່ງເສີມການທ່ອງທ່ຽວ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຮ່ວມກັບບັນດາປະເທດອາຊຽນໃນພາກພື້ນ ແລະ ໂລກ ເຊິ່ງຈະນໍາເອົາຜົນປະໂຫຍດ ທາງດ້ານເສດຖະກິດໃນທາງກົງ ແລະ ທາງອ້ອມເຊື່ອມຈອດກັບພາກພື້ນ ແລະ ສາກົນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















