ກົມໃຫຍ່ເສນາທິການກອງທັບ ປະກາດການແຕ່ງຕັ້ງ ແລະ ລຸລ່ວງນາຍທະຫານພັກການກຽມຮັບບໍານານ
ເວລາອອກຂ່າວ: 2024-09-17 15:22:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1806 | ຄວາມນິຍົມ: ![]()
ວັນທີ 17 ກັນຍາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດການແຕ່ງຕັ້ງໜ້າທີ່ ແລະ ລຸລ່ວງນາຍທະຫານພັກການ ເພື່ອກຽມຮັບບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ, ກົມກອງຮາກຖານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ໄມມອນ ໄຊປະດິດ ເປັນຮອງຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ, ສະຫາຍ ພັນຕີ ຄຳດາວ ສີຫາລາດ ເປັນຮອງຫົວໜ້າສູນ ຮັບຜິດຊອບວຽກງານພະລາທິການ-ເຕັກນິກ, ທັງເປັນຫົວໜ້າພະແນກ ພະລາທິການ-ເຕັກນິກ ສູນເຂົ້າ-ແກ້ລະຫັດກົດລັບ ແລະ ສະຫາຍ ພັນຕີ ບຸນສວນ ຊາພິຈິດ ເປັນຮອງຫົວໜ້າກອງ ຮັບຜິດຊອບວຽກງານພະລາທິການ ທັງເປັນຫົວໜ້າພະແນກພະລາທິການ ກອງກິລາກອງທັບ, ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ບຸນລ້ຽງ ຈັນທະສອນ ເປັນຫົວໜ້າພະແນກສັງລວມ ຫ້ອງການບໍລິຫານ ກົມໃຫຍ່ເສນາທິການກອງທັບ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ພັນໂທ ເຕີຍ ຈັນທະວົງ ຫົວໜ້າພະແນກຄຸ້ມຄອງເຕັກນິກກົດລັບ ສູນເຕັກນິກກົດລັບ ແລະ ສະຫາຍ ພັນໂທ ບຸນຜັນ ພິມມະສານ ຫົວໜ້າພະແນກວັດຖຸ-ເຕັກນິກ ກົມລົດຕັງ-ຍານເກາະ ພັກການເພື່ອກຽມຮັບບຳນານ. ຈາກນັ້ນ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາສໍາຄັນ ຕໍ່ນາຍທະຫານທີ່ໄດ້ຮັບໜ້າທີ່ໃໝ່ ແລະ ນາຍທະຫານ ທີ່ໄດ້ຮັບນະໂຍບາຍພັກການເພື່ອກຽມຮັບບໍານານ ເພື່ອເປັນທິດທາງ ແລະ ບ່ອນອີງ ໃຫ້ແກ່ການປະຕິບັດໜ້າທີ່ວຽກຕົວຈິງ ຕື່ມອີກ.
ໂດຍ: ໄຊສະຫວາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















