ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງພົນທີ 2 ປະກາດປັບປຸງການຈັດຕັ້ງ
ເວລາອອກຂ່າວ: 2024-09-17 16:29:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1893 | ຄວາມນິຍົມ:



ວັນທີ 17 ກັນຍາ 2024 ນີ້, ກອງພົນທີ 2 ໄດ້ປະກາດປັບປຸງແຕ່ງຕັ້ງ ຂັ້ນຮອງຫົວໜ້າຫ້ອງເຕັກນິກ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ຄະນະບັນຊາກອງພັນເຫຼົ່າຮົບ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳດີ ໄຊຍະວົງ ຫົວໜ້າການທະຫານ ກອງພົນທີ 2, ມີສະຫາຍ ພັນເອກ ວິນທອງ ໄຊຍະວົງ ຮັກສາການ ຫົວໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຄະນະຫ້ອງ, ພະແນກການ ແລະ ຄະນະພັກ-ຄະນະບັນຊາ ກົມກອງເຂົ້າຮ່ວມ. ສະຫາຍ ພັນຕີ ຂັນທະພອນ ເທບໄກສອນ ຕາງໜ້າກົມເສນາເຕັກນິກ ກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າຫ້ອງເຕັກນິກ ແລະ ພະແນກການ ທີ່ຂຶ້ນກັບຫ້ອງເຕັກນິກກອງພົນທີ 2 ໃນນັ້ນ, ກະຊວງປ້ອງກັນປະເທດຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ເພັດ ສິງງາມ ເປັນຮອງຫົວໜ້າຫ້ອງເຕັກນິກ, ສະຫາຍ ພັັນໂທ ແກ້ວອຸດອນ ສະຫວັນຕູູ້ມຊູ ເປັນຫົວໜ້າພະແນກ ແຜນການເຕັກນິກ, ສະຫາຍ ຮ້ອຍເອກ ອາລີ ແກ້ວວໍລະເພັດ ເປັນຮອງຫົວໜ້າພະແນກແຜນການເຕັກນິກ. ຈາກນັ້ນ, ສະຫາຍ ພັນໂທ ໄຊຊະນະ ສີີສົມພອນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງພົນທີ 2 ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການອະນຸມັດໃຫ້ນາຍທະຫາຍ ພັກການ ເພື່ອກຽມຮັບບໍານານ ຈໍານວນ 5 ສະຫາຍ ແລະ ຂໍ້ຕົກລົງແຕ່ງຕັ້ງຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຄະນະບັນຊາກົມກອງທີ່ຂຶ້ນກັບກອງພົນທີ 2 ໃນນັ້ນ, ແຕ່ງຕັ້ງ ສະຫາຍ ພັນຕີ ບຸນທະວີ ວັນທອງ ເປັນຫົວໜ້າພະແນກບໍລິຫານ, ສະຫາຍ ຮ້ອຍເອກ ກອງຄໍາ ອິີນທະວົງ ເປັນຮອງຫົວໜ້າພະແນກບໍລິຫານ ຫ້ອງພະລາທິການ, ສະຫາຍ ພັນໂທ ຕຸ້ຍ ວົງວັນດີ ເປັນຫົວໜ້າພະແນກພະລາທິການ-ເຕັກນິກ ສູນເຝິກອົບຮົມ, ສະຫາຍ ພັັນໂທ ສົງຄາມ ແສນສະຫວັດ ເປັນຫົວໜ້າການເມືອງກອງພັນ 614, ສະຫາຍ ພັນຕີ ໄຊຍະສັກ ມິດທະວົງ ເປັນຮອງຫົວໜ້າການເມືອງ ກອງພັນ 614, ສະຫາຍ ພັນຕີ ແລມໂບ ສິວົງສາ ເປັນຫົວໜ້າພະລາທິການກອງພັັນ 22 ກອງພັັນໃຫຍ່ 202 ແລະ ສະຫາຍ ພັນຕີ ທອງເພັດ ອິນດາວົງ ຮັກສາການ ຮອງຫົວໜ້າພະແນກການເງິນ. ໂອກາດນີ້, ສະຫາຍ ພັນເອກ ວິນທອງ ໄຊຍະວົງ ໄດ້ໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ເປັນແບບຢ່າງໃນການປະຕິບັດລະບຽບວິໄນຂອງກອງທັບ ສືບຕໍ່ປະກອບສ່ວນປັບປຸງກໍ່ສ້າງກົມກອງ ແລະ ແກ້ໄຂຊີວິດການເປັນຢູ່ນັບມື້ໃຫ້ດີຂຶ້ນ, ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ. ໂດຍ: ສຸວັນໂນ ທະລັງສີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ