ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 12 ເມສາ 2026

  

ໂຮງຮຽນຂັບຂີ່ລົດ 404 ຈັດຕັ້ງອົບຮົມການເມືອງ-ແນວຄິດ ປະຈໍາປີ 2024
ເວລາອອກຂ່າວ: 2024-09-20 15:17:08 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1801 | ຄວາມນິຍົມ:



ໃນວັນທີ 19 ກັນຍາ 2024 ນີ້, ໂຮງຮຽນຂັບຂີ່ລົດ 404 ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງອົບຮົມການເມືອງ-ແນວຄິດ ປະຈໍາປີ 2024 ຂຶ້ນ. ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຄະນະປະຈຳພັກກົມໃຫຍ່, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງຮຽນ, ຕະຫຼອດຮອດພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ໄດ້ກ່າວວ່າ: ວຽກງານການເມືອງ-ແນວຄິດ ແມ່ນພາກສ່ວນໜຶ່ງທີ່ສຳຄັນ ໃນການເຄື່ອນໄຫວນຳພາຂອງພັກ, ແນໃສ່ເຮັດໃຫ້ພະນັກງານ-ນັກຮົບ ມີຄວາມເຊື່ອໝັ້ນຕໍ່ອຸດົມການສັງຄົມນິຍົມ ແລະ ເປັນວຽກງານໜຶ່ງທີ່ມີບົດບາດສຳຄັນທີ່ສຸດເພື່ອກຳແໜ້ນແນວທາງຂອງພັກ, ນຳເອົາແນວທາງດັ່ງກ່າວໄປຜັນຂະຫຍາຍເຂົ້າສູ່ທຸກຂົງເຂດຂອງສັງຄົມ, ເພື່ອສຶກສາອົບຮົມໃຫ້ທຸກຄົນເຊື່ອມຊຶມກໍາແໜ້ນແນວທາງຂອງພັກ ເພື່ອສ້າງລະບົບແນວຄິດຂອງຊົນຊັ້ນກຳມະກອນໃຫ້ພະນັກງານ-ນັກຮົບໃນກອງທັບປະຊາຊົນລາວ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນຢ່າງບໍ່ມີຂອບເຂດ, ເປັນເຈົ້າການຕອບຕ້ານທຸກກົນອຸບາຍ ຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ ແລະ ການໂຄສະນາບິດເບືອນ ຂອງກຸ່ມຄົນບໍ່ຫວັງດີໃຫ້ທັນການ, ແນໃສ່ເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ ແລະ ຜັນຂະຫຍາຍບັນດາມະຕິຕ່າງໆ ຂອງຂັ້ນເທິງເຂົ້າໃນທຸກຂົງເຂດວຽກງານຢ່າງກວ້າງຂວາງ, ເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບຢູ່ບັນດາກົມກອງ ໃນທົ່ວກົມໃຫຍ່ເຕັກນິກກອງທັບ, ໃຫ້ມີແນວຄິດການເມືອງໜັກແໜ້ນ, ເຂັ້ມແຂງຮອບດ້ານ, ມີຄຸນສົມບັດ-ສິນທໍາປະຕິວັດ ພ້ອມກັນເຮັດສຳເລັດໜ້າທີ່ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ປະກົດຜົນເປັນຈິງ. ໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ສາຍສະໝອນ ໄຊພູບານ ຍັງໄດ້ເນັ້ນ ໜັກໃຫ້ນາຍ ແລະ ພົນທະຫານ ເອົາໃຈໃສ່ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດ-ສິນທຳປະຕິວັດ ແລະ ປັບປຸງແບບແຜນວິທີເຮັດວຽກຂອງຕົນ ເພື່ອເຮັດໃຫ້ພະນັກງານ-ນັກຮົບ ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບຄວາມໝາຍ, ຄວາມສໍາຄັນ ແລະ ເນື້ອໃນຈິດໃຈ ຂອງການອົບຮົມການເມືອງຄັ້ງນີ້ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນ ໜ້າທີ່ວຽກງານໃຫ້ເກິດດອກອອກຜົນ, ປັບປຸງແບບແຜນວິທີເຮັດວຽກໃນແຕ່ໄລຍະໃຫ້ມີລະບຽບແບບແຜນຢ່າງເຂັ້ມງວດເປັນຕົ້ນແມ່ນການປັບປຸງທາງດ້ານຄຸນທາດການເມືອງໃຫ້ພະນັກງານ-ນັກຮົບ ໃຫ້ມີຄຸນສົມບັດ-ສິນທຳປະຕິວັດ, ມີຄວາມຈົງຮັກພັກດີ, ຕໍ່ປະເທດຊາດ, ຕໍ່ການປະຕິວັດ, ມີນ້ຳໃຈຮັກຊາດ, ດຳລົງຊີວິດປອດໃສ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຕໍ່ອຸດົມການສັງຄົມນິຍົມ ພ້ອມກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນ. ໂດຍ: ອານຸສອນ ວິລະວົງສາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ