ທະຫານແຂວງສະຫວັນນະເຂດ ເປີດກອງປະຊຸມສະຫຼຸບສ່ອງແສງວຽກງານຮອບດ້ານ ປະຈໍາໄຕມາດ III ປີ 2024
ເວລາອອກຂ່າວ: 2024-09-20 15:25:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1782 | ຄວາມນິຍົມ: ![]()
ກອງປະຊຸມສະຫຼຸບສ່ອງແສງວຽກງານຮອບດ້ານປະຈໍາໄຕມາດ III ແລະ ວາງທິດທາງແຜນການປະຈໍາໄຕມາດ IV ປີ 2024 ຂອງກອງບັນຊາການທະຫານແຂວງ ສະຫວັນນະເຂດ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 18-19 ກັນຍາ ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີ ທະວີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ພັນເອກ ພັນວິໄລ ລາດສະຍົນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີຄະນະພັກ-ຄະນະບັນຊາ, ອົງການ 5ຫ້ອງ, ກອງບັນຊາການທະຫານເມືອງ 14 ເມືອງ, 1 ນະຄອນ ແລະ ກອງພັນ, ກອງຮ້ອຍ ຫໍມູນເຊື້ອບ້ານດົງສະຫວັນ, ໂຮງຮຽນ, ໂຮງໝໍທີ່ຂຶ້ນກັບ ເຂົ້າຮ່ວມ.
ໃນກອງປະຊຸມບັນດາສະຫາຍຕາງໜ້າຄະນະພັກ-ຄະນະບັນຊາແຕ່ລະກົມກອງ ໄດ້ຜັດປ່ຽນກັນລາຍງານວຽກງານຮອບດ້ານ ທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ ໃນໄລຍະ 3 ເດືອນຜ່ານມາ ໂດຍຍົກໃຫ້ເຫັນສະພາບການທີ່ພົ້ນເດັ່ນໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນຂອບເຂດຄວາມຮັບຜິດຊອບຂອງແຕ່ລະກົມກອງ ເຫັນວ່າສະພາບໂດຍລວມມີຄວາມສະຫງົບໂດຍພື້ນຖານ, ວຽກງານການກໍ່ສ້າງ ແລະ ປັບປຸງກໍາລັງ ຫຼາຍກົມກອງໄດ້ເອົາໃຈໃສ່ ແລະ ມີຜົນສໍາເລັດ ຕໍ່ການຈັດຕັ້ງອົບຮົມ-ຫັດແອບການທະຫານປະຈໍາປີໃຫ້ກັບກອງຮ້ອຍ, ກອງຫຼອນເພື່ອສ້າງຄວາມເຂັ້ມແຂງໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ, ນອກຈາກນັ້ນແຕ່ລະກົມກອງຍັງໄດ້ຖືເອົາການຈັດຕັ້ງເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ກໍ່ຄືບັນຄໍາສັ່ງຕ່າງໆ ຂອງຂັ້ນເທິງໃຫ້ບັນດາພະນັກງານ-ນາຍ ແລະ ພົນທະຫານຢ່າງເປັນປົກກະຕິ, ມີການຈັດຕັ້ງເຄື່ອນໄຫວຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ຕາມຈຸດສຸມ, ກຸ່ມບ້ານ ເພື່ອຊຸກຍູ້ການສ້າງຄອບຄົວ, ບ້ານປ້ອງກັນຊາດເຂັ້ມແຂງ, ນອກຈາກນັ້ນອັນພົ້ນເດັ່ນແມ່ນວຽກງານ 4 ປູກ 4 ລ້ຽງ ເຊິ່ງຫຼາຍກົມກອງມີສູນຜະລິດເປັນຂອງຕົນເອງໃນການປູກຝັງ-ລ້ຽງສັດ ເພື່ອສ້າງລາຍຮັບເຂົ້າກົມກອງ ສ່ວນສະພາບລວມທີ່ກົມກອງຮັບຜິດຊອບຍັງມີບາງເຂດ ຍັງພົບເຫັນການເຄື່ອນໄຫວທີ່ບໍ່ຖືກຕ້ອງຈໍານວນໜຶ່ງ ໂດຍສະເພາະບັນຫາຢາເສບຕິດ, ການມົ່ວສຸມສິ່ງຜິດກົດໝາຍເປັນຕົ້ນ ນໍ້າກະທ້ອມ ແລະ ການດື່ມສິ່ງທີ່ມີສານເສບຕິດເຊັ່ນ: ຄໍລະເຈນ, ກາເຟ ແລະ ການເຄື່ອນໄຫວຂອງກຸ່ມຄົນບໍ່ດີຈໍານວນໜຶ່ງໃນການໂຄສະນາໃສ່ຮ້າຍປ້າຍສີ ທີ່ບິດເບືອນຕໍ່ແນວທາງຂອງພັກ-ລັດ, ສ່ວນສະພາບຊາຍແດນຍັງມີປາກົດການລັກລອບເຂົ້າ-ອອກເມືອງຂອງກຸ່ມຄົນຈໍານວນໜຶ່ງຍັງບໍ່ທັນຖືກຕ້ອງ ແລະ ໄດ້ມີການອົບຮົມຜັກດັນກັບຄືນສູ່ປະເທດຕາມລະບຽບກົດໝາຍ.
ໃນກອງປະຊຸມ ຍັງໄດ້ມີການປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ບົດສະຫຼຸບສ່ອງແສງລາຍງານ ພ້ອມທັງໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະບັນຊາກົມກອງຕ່າງໆ ແລະ ມີການຜ່ານຂໍ້ຕົກລົງຂອງກົມໃຫຍ່ເສນາທິການກອງທັບ ກົມກໍາລັງພົນ ກ່ຽວກັບການຈັດຕັ້ງເຄື່ອນໄຫວວຽກງານການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໃສທົ່ວປະເທດ ຄັ້ງທີ 5 ປີ 2025 ຂອງກົມກອງກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ກ່ຽວກັບການຕັດເງິນເຂົ້າໃນກອງທຶນສົງເຄາະຂອງແຂວງ, ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ມີການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ກັບ 55 ໜ່ວຍພັກ ແລະ ປະກາດການຍົກຍ້າຍ,ແຕ່ງຕັ້ງຮັກສາການຫົວໜ້າພະແນກ, ຮອງພະແນກ ທີ່ຂຶ້ນກັບກອງບັນຊາການທະຫານແຂວງ ແລະ ປະກາດພະນັກງານພັກການກຽມຮັບບໍານານນໍາອີກ.
ພາບ:ຄໍາໃສ
ຂ່າວ:ວິລະພົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















