ມອບ-ຮັບ ໂຄງການຫຼັກສູດການຮຽນ-ການສອນ ແລະ ຕຳລາສອນບໍາລຸງທິດສະດີການເມືອງ ຂອງຄະນະຊ່ຽວຊານ ວິທະຍາຄານການເມືອງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ
ເວລາອອກຂ່າວ: 2024-09-20 16:56:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1647 | ຄວາມນິຍົມ: ![]()
ໃນວັນທີ 20 ກັນຍາ 2024 ນີ້, ຄະນະຊ່ຽວຊານວິທະຍາຄານການເມືອງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ໄດ້ມອບໂຄງການຫຼັກສູດການຮຽນ-ການສອນ ແລະ ຕຳລາສອນບໍາລຸງທິດສະດີການເມືອງ ໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບ. ໃນນັ້ນ, ມີວິຊາປັດຊະຍາມາກ-ເລນິນ ແລະ ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ປະຫວັດສາດພັກ ແລະ ແນວຄິດໄກສອນ ພົມວິຫານ, ການເມືອງ, ນິຕິສາດ ແລະ ລັດຖະສາດ, ສິດທິມະນຸດ ແລະ ການພົວພັນສາກົນ, ວຽກງານພັກ, ວຽກງານການເມືອງ. ໃຫ້ກຽດມອບໂດຍ ສະຫາຍ ພັນເອກ ຮຈ ປອ ຫງວຽນຈ້ອງຊວນ ຄະນະຊ່ຽວຊານ ວິທະຍາຄານການເມືອງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຮຈ ປອ ຄຳຜາຍ ສະພັງເໜືອ ຫົວໜ້າການເມືອງ ໂຮງຮຽນທິດສະດີການເມືອງກອງທັບ, ມີຕາງໜ້າຄະນະພັກ-ຄະນະອຳນວຍການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຮຈ ປອ ຄຳຜາຍ ສະພັງເໜືອ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ສະຫາຍ ພັນເອກ ຮຈ ປອ ຫງວຽນຈ້ອງຊວນ ຄະນະຊ່ຽວຊານ ສສ ຫວຽດນາມ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຊ່ວຍເຫຼືອສ້າງໂຄງການຫຼັກສູດການຮຽນ-ການສອນ ແລະ ຕຳລາສອນບໍາລຸງທິດສະດີການເມືອງໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບໃນຄັ້ງນີ້. ເຊິ່ງສະແດງເຖິງຄວາມເປັນຫ່ວງເປັນໃຍ ຄວາມສາມັກຄີຮັກແພງ ແລະ ເຫັນໄດ້ຄວາມສໍາຄັນຂອງການສຶກສາຮໍ່າຮຽນແລະເປັນການປະກອບສ່ວນອັນສຳຄັນໃນການສ້າງຄວາມຮູ້, ຄວາມສາມາດໃຫ້ແກ່ນັກສຶກສາ, ທັງເປັນການຊຸກຍູ້ວຽກງານລວມຂອງກົມກອງແລະເຫັນໄດ້ຄວາມຂາດເຂີນ ທາງດ້ານວັດຖຸອຸປະກອນຮັບໃຊ້ໃນການຮຽນ-ການສອນຢູ່ພາຍໃນກົມກອງ ແລະ ຫວັງວ່າຈະໄດ້ຮັບການຊ່ວຍເຫຼືອຈາກບັນດາສະຫາຍໃນຕໍ່ ໜ້າຕື່ມອີກ.
ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ຮຈ ປອ ຄໍາຜາຍ ສະພັງເໜືອ ຍັງໄດ້ມອບຫຼຽນກາມິດຕະພາບ ໃຫ້ແກ່ຄະນະຊ່ຽວຊານ ວິທະຍາຄານການເມືອງ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ອີກດ້ວຍ.
ໂດຍ: ນາງ ເກດແກ້ວ ໄຊສົມພັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















