ປະກາດການແຕ່ງຕັ້ງຫົວໜ້າກົມໃຫຍ່ເຕັກນິກ ແລະ ເລຂາຄະນະພັກ ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2024-09-25 14:25:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1578 | ຄວາມນິຍົມ: ![]()
ການປະກາດການແຕ່ງຕັ້ງຫົວໜ້າກົມໃຫຍ່ເຕັກນິກ ແລະ ເລຂາຄະນະພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຂຶ້ນ ໃນວັນທີ 24 ກັນຍາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພົນຈັດຕະວາ ທອງພັນ ສຸທຳມະວົງ ຮັກສາການຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະ, ມີບັນດາສະຫາຍຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ກົມພະນັກງານ, ກົມຈັດຕັ້ງພັກ, ຄະນະກົມ, ຄະນະຫ້ອງການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ, ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ຄັ້ງວັນທີ 28 ສິງຫາ 2024, ນາຍົກລັດຖະມົນຕີ ອອກດຳລັດ ມາດຕາ 1: ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ເປັນຫົວ ໜ້າກົມໃຫຍ່ເຕັກນິກກອງທັບ ກະຊວງປ້ອງກັນປະເທດ, ພ້ອມທັງຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ, ກຳມະການຄະນະພັກ, ເລຂາ, ຮອງເລຂາຄະນະພັກ ກົມໃຫຍ່ເຕັກນິກກອງທັບ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມຕໍ່ພິທີດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ໜັກແໜ້ນ ເຂັ້ມແຂງ ຮອບດ້ານ, ພ້ອມກັນສືບຕໍ່ປັບປຸງກໍ່ສ້າງເຫຼົ່າຮົບເຕັກນິກໃຫ້ເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນໄປຢ່າງຕໍ່ເນື່ອງ, ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ, ຍົກສູງຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ, ເພື່ອເຮັດສຳເລັດໜ້າທີ່ຍຸດທະສາດ ກໍຄືການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















