ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ກອງຮ້ອຍທະຫານຊາຍແດນ 118
ເວລາອອກຂ່າວ: 2024-09-25 14:27:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1516 | ຄວາມນິຍົມ:



ໃນວັນທີ 19 ກັນຍາ 2024 ນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ກອງຮ້ອຍທະຫານຊາຍແດນ 118, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ສຸກພອນ ໄຊຍະເສົາ ຫົວໜ້າການເມືອງກອງຮ້ອຍທະຫານຊາຍແດນ 118 ພ້ອມດ້ວຍຄະນະ ແລະ ພະນັກງານ-ນັກຮົບ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ສະຫາຍ ພັນໂທ ສຸກພອນ ໄຊຍະເສົາ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການເຄື່ອນໄຫວຂອງກົມກອງ, ສະພາບປະຊາຊົນ, ແລະ ສະພາບຊາຍແດນຕິດຈອດລະຫວ່າງ ຊາຍແດນ ລາວ-ຈີນ ແລະ ຫວຽດນາມ, ມີທັງຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ຂໍ້ສະເໜີຕ່າງໆ. ໂອກາດດັ່ງກ່າວ, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍໄດ້ ກ່າວວ່າການມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສ່ອງແສງວຽກງານຮອບດ້ານຂອງບັນດາກົມກອງເຂດ I ປະຈໍາໄຕມາດ III ແລະ ວາງທິດທາງແຜນການປະຈໍາໄຕມາດ IV ປີ 2024 ທີ່ແຂວງຜົ້ງສາລີເປັນເຈົ້າພາບໃນຄັ້ງນີ້ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ 118 ແລະ ຍັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ສະພາບເສດຖະກິດ, ໄພເງິນເຟີ້, ໄພນໍ້າຖ້ວມ ແລະ ອື່ນໆ, ບັນດາແນວທາງການປ່ຽນແປ່ງໃໝ່ ຂອງພັກ, ກົດໝາຍຂອງລັດ, ໃນແຕ່ລະໄລຍະໃຫ້ນາຍ ແລະ ພົນທະຫານຮັບຮູ້ເຂົ້າໃຈຈະແຈ້ງ, ມີແບບແຜນວິທີເຮັດວຽກ, ປັບປຸງກໍ່ສ້າງກົມກອງໃຫ້ມີການພັດທະນາ, ຈົ່ງຮັດແໜ້ນຄວາມສາມັກຄີ, ພ້ອມກັນຈັດຕັ້ງປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ. ໃນໂອກາດດັ່ງກ່າວຍັງໄດ້ນໍາເອົາເຄື່ອງຈໍານວນໜຶ່ງໄປມອບໃຫ້ກອງຮ້ອຍທະຫານຊາຍແດນ 118. ເຊິ່ງເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ ເສື້ອກັນຝົນ 50 ຜືນ, ເຄື່ອງກິລາ 30 ຊຸດ, ກະຕໍ້ 2 ໜ່ວຍ, ຕານ່າງກະຕໍ້ 1 ຊຸດ, ບານສົ່ງ 2 ໜ່ວຍ, ຕານ່າງບານສົ່ງ 1 ຊຸດ, ບານເຕະ 2 ໜ່ວຍ ແລະ ບໍລິສັດ ວຽງສະໄໝ ຮີແອວເອັດ ຍັງໄດ້ມອບເຄື່ອງອຸປະໂພກບໍລິໂພກ ຕື່ມອີກ. ລວມເປັນມູນຄ່າທັງໝົດ 20 ກວ່າລ້ານກີບ. ຂ່າວ: ທອງໄຊ ແສງອຸດົມ; ພາບ: ບຸນນ້ອຍ ອິນຍາແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ