ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ຄະນະຜູ້ແທນອະດີດການທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຢ້ຽມຢາມ ທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2024-09-25 14:42:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1531 | ຄວາມນິຍົມ:



ໃນວັນທີ 25 ກັນຍາ 2024 ນີ້, ຄະນະຜູ້ແທນອະດີດການທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອການປະຕິວັດລາວ ຢ້ຽມຢາມ ກອງບັນຊາການທະຫານນະຄອນຫຼວງວຽງຈັນ. ເຊິ່ງນຳໂດຍ ສະຫາຍ ພົນຕີ ຫງວຽນ ນຶກ ເຊີນ ຮອງຫົວໜ້າຄະນະປະສານງານທົ່ວປະເທດ ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຊ່ວຍເຫຼືອການປະຕິວັດລາວ ພ້ອມດ້ວຍຄະນະ, ໂດຍການຕ້ອນຮັບອັນອົບອຸ່ນຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ການມາຢ້ຽມຢາມຂອງ ສະຫາຍ ພົນຕີ ຫງວຽນ ນຶກ ເຊີນ ພ້ອມດ້ວຍຄະນະ ໃນຄັ້ງນີ້ແມ່ນເປັນການປະກອບສ່ວນສຳຄັນສະແດງໃຫ້ເຫັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອດດ້ານ ລະຫວ່າງ ສອງຊາດ ສອງກອງທັບ ລາວ-ຫວຽດນາມ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ທັງເປັນປັດໄຈສໍາຄັນໃນການຕັດສິນໄຊຊະນະໃນພາລະກິດປະຕິວັດຂອງສອງຊາດ ເປັນມໍລະດົກອັນລໍ້າຄ່າທີ່ສຸດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ການສືບຕໍ່ຍຶດໝັ້ນໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມືຮອບດ້ານ ລາວ-ຫວຽດນາມ ກໍຄືຜູ້ແທນອະດີດການທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມຊ່ວຍເຫຼືອການປະຕິວັດລາວ ກັບກອງບັນຊາການທະຫານນະຄອນຫຼວງວຽງຈັນ, ໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ. ສະຫາຍ ພົນຕີ ຫງວຽນ ນຶກ ເຊີນ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ພົນຈັດຕະວາ ໂສພາວັນ ທຳມະເທວາ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ທີ່ສະແດງໃຫ້ເຫັນເຖິງສາຍພົວພັນອັນສະໜິດ ແໜ້ນ ລະຫວ່າງ ສອງຊາດ ທີ່ເປັນມູນເຊື້ອມາແຕ່ດົນນານແລ້ວ ແລະ ຈຸດປະສົງຂອງການມາຢ້ຽມຢາມແມ່ນເພື່ອລະນຶກເຖິງຄຸນງາມຄວາມດີຂອງນັກຮົບປະຕິວັດຂອງສອງຊາດ ພ້ອມທັງລະນຶກເຖິງວັນສຳຄັນ ຄືວັນມູນເຊື້ອຄະນະປະສານງານອະດີດທະຫານອາສາສະໝັກ ແລະ ຊ່ຽວຊານການທະຫານ ຊ່ວຍເຫຼືອການປະຕິວັດລາວ ຄົບຮອບ 75 ປີ (30 ຕຸລາ 1949 - 30 ຕຸລາ 2024) ທີ່ຈະມາເຖິງນີ້, ພ້ອມທັງອວຍພອນເຖິງສາຍພົວພັນຮ່ວມມືຮອບດ້ານພິເສດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ມີຄວາມສະໜິດ ແໜ້ນໝັ້ນຄົງທະນົງແກ່ນ ແລະ ມີຄວາມຈະເລີນງອກງາມເກີດດອກອອກຜົນຍິ່ງໆຂຶ້ນໆ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ