ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 15 ເມສາ 2026

  

ກອງບັນຊາການຕຳຫຼວດນ້ຳ ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2024-09-25 14:49:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1430 | ຄວາມນິຍົມ:



ວັນທີ 24 ກັນຍາ 2024 ນີ້, ສະຫາຍ ພົນໂທ ຢວນຢາພິງ ຫົວໜ້າກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະ ໄດ້ນຳເອົາເຂົ້າສານອາຫານແຫ້ງ ມາມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ, ຢູ່ທີ່ສູນປະສານງານບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໂດຍການເຂົ້າຮ່ວມ ແລະ ກ່າວຮັບຂອງ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ, ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີ: ເຂົ້າຈ້າວຫອມມາລິ 100 ກະສອບ, ເສັ້ນໝີ່ແຫ້ງ ຈຳນວນ 400 ມັດ, ນ້ຳມັນພືດຕຸກ 5 ລິດ ຈຳນວນ 100 ຕຸກ ລວມມູນຄ່າທັງໝົດ 23.000 ຢວນ ຫຼືເທົ່າກັບ 70.000.000 ກີບ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຕາງໜ້າຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງບໍ່ແກ້ວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ສະຫາຍ ພົນໂທ ຢວນຢາພິງ ພ້ອມດ້ວຍຄະນະ ທີ່ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໃຍຄວາມຈຳເປັນຂອງກົມກອງ ຈຶ່ງໄດ້ນໍາເອົາເຄື່ອງດັ່ງກ່າວມາມອບໃຫ້ໃນຄັ້ງນີ້, ພ້ອມທັງກ່າວວ່າຈະນໍາເອົາເຄື່ອງດັ່ງກ່າວໄປແຈກຈາຍໃຫ້ທົ່ວບັນດາກົມກອງທີ່ຢູ່ຫ່າງໄກສອກຫຼີກ ແລະ ພະນັກງານທີ່ປະຈຳຢູ່ປ້ອມຊາຍແດນໃຫ້ທົ່ວເຖິງ ແລະ ເກີດປະໂຫຍດສູງສຸດ. ທັງນີ້ກໍເພື່ອເປັນການເສີມຂະຫຍາຍສາຍພົນພັນຮ່ວມມື ລະຫວ່າງ ສອງຊາດ, ສອງກອງທັບ ເວົ້າສະເພາະ ກໍຄືກອງບັນຊາການຕຳຫຼວດນ້ຳ ແຂວງຢູນນານ ສປ ຈີນ ກັບ ກອງບັນຊາການທະຫານແຂວງບໍ່ແກ້ວ ໃຫ້ນັບມື້ແໜ້ນແຟ້ນເລິກເຊິ່ງຍິ່ງໆຂຶ້ນ. ໂດຍ: ນາງ ນີ່ ທໍາມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ