ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 22 ເມສາ 2025

  

ຄະນະ​ເຝິກ​ອົບຮົມ ຫໍ​ພິ​ພິທະ​ພັນ​ປະຫວັດສາດ ​ກອງທັບ​ປະຊາຊົນ​ລາວ ຢ້ຽມຢາມ​ ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ ​ກອງທັບ​ປະຊາຊົນ​ຫວຽດນາມ
ເວລາອອກຂ່າວ: 2024-10-11 10:13:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 529 | ຄວາມນິຍົມ:



ໃນ​ລະຫວ່າງວັນ​ທີ 3-4 ຕຸລາ 2024, ຢູ່​ທນະຄອນຫຼວງ​ຮ່າ​ໂນ້ຍ ​ສສ ຫວຽດນາມ, ຄະນະ​ເຝິກ​ອົບຮົມ​ວຽກ​ງານ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ ​ກອງທັບ​ປະ ຊາຊົນ​ລາວ ນຳພາ​ໂດຍ ສະຫາຍ ພັນ​ເອກ ແກ້ວ​ສຸວັນ ຜາງ​ພິລາວົງ ຫົວໜ້າ​ກົມ​ໂຄສະນາ-​ອົບຮົມ ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້ເຄື່ອນ​ໄຫວ​ຢ້ຽມຢາມ​ພົບ​ປະ​ເຮັດວຽກ​ຮ່ວມ​ກັບ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ ​ກອງທັບ​ປະຊາຊົນ​ຫວຽດນາມ, ໂດຍ​ການ​ຕ້ອນຮັບ​ຂອງ​ ສະຫາຍ ພັນ​ເອກ ຫງວຽນ ແທ່ງ ເລ ຮອງ​ ອຳນວຍ​ການ ພ້ອມ​ດ້ວຍ​ຄະນະ ແລະ ພະນັກງານ​ພາຍ​ໃນ​ຫໍພິພິ​ ທະ​ພັນ​ປະຫວັດສາດ​ການ​ທະຫານ​ກອງທັບ​ຫວຽດນາມ, ພ້ອມນຳພາ​ທ່ຽວ​ຊົມ​ການ​ຈັດ​ວາງສະ ແດງຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ​ ກອງທັບ​ປະຊາຊົນ​ຫວຽດນາມ ໃນ​ສະຖານທີ່​ອາ ຄານ​ຫຼັງ​ໃໝ່​ທີ່​ໄດ້​ຈັດ​ຕັ້ງ​ເປີດ​ນຳ​ໃຊ້​ເປັນ​ທາງ​ການ ວັນ​ທີ 1 ຕຸລາ 2024, ໃນ​ໂອກາດ​ນີ້​ໄດ້​ຮັບ​ຟັງ​ການ​ນຳ​ສະເໜີ​ລາຍ​ງານ​ໜ້າທີ່​ພາລະ​ບົດບາດ​ການເຄື່ອນໄຫວ ແລະ ທີ່​ຕັ້ງ​ມູນເຊື້ອ​ຂອງ​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ການ​ທະຫານ​ກອງທັບ​ປະຊາຊົນ​ຫວຽດນາມ​ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ແລະ ຄະນະ​ພັກ​ສູນ​ກາງ​ກະຊວງ​ປ້ອງ​ກັນ​ປະເທດ​ຫວຽດນາມ ຕະ ຫຼອດ​ຜ່ານ​ມາ​ເຫັນ​ໄດ້​ວຽກ​ງານ​ໂຄສະນາ​ສຶກ​ສາ​ແນວ​ຄິດ​ມີ​ປະ​ສິດທິ​ຜົນ, ໃນ​ພາລະກິດ​ປະຕິວັດ​ມີ​ການ​ເສຍສະຫຼະ​ເພື່ອ​ຊາດ ແລະ ປົກ​ປັກ​ຮັກສາ​ມູນເຊື້ອ​ອັນ​ໂດດ​ເດັ່ນ ແມ່ນ​ໜ້າທີ່​ອັນ​ຕົ້ນຕໍ​ຂອງ​ຫໍ​ພິ​ພິ​ທະ​ພັນ. ມື້ຕໍ່ມາ​ໄດ້​ໄປ​ເຄື່ອນ​ໄຫວ​ຢ້ຽມຢາມຫໍ​ພິ​ພິ​ທະ​ພັນທະ​ຫານ​ເຮືອ ແລະ ຫໍ​ພິ​ພິ​ທະ​ພັນ​ອະນຸລັກ​ ພືດ​ທຳ​ມະ​ຊາດ ​ສັດ​ນ້ຳ​ທະເລ ແລະ ວັດທະນະທຳ ຮາ​ລອງ​ເບ ໂດຍ​ການ​ຕ້ອນຮັບ​ຂອງ​ຫົວໜ້າ​ອຳ ນວຍ​ການ​ຫໍ​ພິ​ພິ​ທະ​ພັນ ພ້ອມ​ດ້ວຍ​ຄະນະ​ທັງ 2 ແຫ່ງ ມີ​ຄວາມ​ຮັກແພງ​ສາມັກຄີ, ການ​ໄປ​ທັດສະນະ​ໃນ​ຄັ້ງ​ນີ້ ໄດ້​ພົບ​ປະ​ສົນທະນາ​ແລກປ່ຽນ​ວຽກ​ງານ​ດ້ານ​ວິຊາ​ການ​ວິຊາ​ສະເພາະ ເພື່ອ​ນຳເອົາ ​ບົດຮຽນ​ໄປ​ປັບປຸງ​ຄຸນນະພາບ​ ໃຫ້​ດີ​ກວ່າ​ເກົ່າ ເພື່ອ​ຮັບ​ໃຊ້​ສັງ ຄົມມີ​ຄວາມ​ເຂັ້ມແຂງ​ຢ່າງ​ຍືນ​ຍົງ. ໃນ​ຕອນ​ທ້າຍ​ຫົວໜ້າ​ຄະນະ​ ເຝິກ​ອົບຮົມ​ໄດ້​ອວຍ​ພອນ ແລະ ຂອບໃຈ​ທີ່​ໃຫ້ການ​ຕ້ອນຮັບຢ່າງ​ ອົບ​ອຸ່ນ, ຍົກ​ສູງ​ລະດັບ​ວຽກ​ງານ​ການ​ຄຸ້ມ​ຄອງ​ຫໍ​ພິ​ພິ​ທະພັນ ແລະ ຮຽນ​ຮູ້​ບົດຮຽນ​ອັນ​ໃໝ່, ປະສົບ​ການ​ທາງ​ດ້ານ​ວິຊາການ, ວິຊາ​ສະເພາະໃນ​ການ​ຄຸ້ມ​ຄອງ​ບໍລິຫານ​ຂອງ​ລັດ​ກ່ຽວ​ກັບ​ວຽກ​ງານ​ຫໍ​ພິ​ພິ​ທະ​ພັນໃນ​ສອງ​ກອງທັບຕື່ມ​ອີກ. ໂດຍ: ອຳ​ນາຍ ເພັດ​ລາ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ