
ກອງພັນໃຫຍ່ 645 ເຊື່ອມຊຶມເອກະສານແຜນແມ່ບົດ ການສ້າງຄູ່ຮ່ວມ ຊະຕາກຳ ລາວ-ຈີນ
ເວລາອອກຂ່າວ: 2024-10-14 10:05:32 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 565 | ຄວາມນິຍົມ:
ໃນວັນທີ 9 ຕຸລາ 2024, ກອງພັນໃຫຍ່ 645 ໄດ້ເຜີຍແຜ່ເຊື່ອມຊຶມເອກະສານແຜນແມ່ບົດ ການສ້າງຄູ່ຮ່ວມ ຊະຕາກຳ ລາວ-ຈີນ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສຸບິນ ດວງໂສພາ ຫົວໜ້າການເມືອງ ກອງພັນໃຫຍ່ 645, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງພັນ, ກອງຮ້ອຍ ແລະ ໂຮງໝໍ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ເນື້ອໃນສຳຄັນເອກະສານແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ປະກອບມີ 3 ພາກຄື: ພາກຄວາມເປັນມາຂອງການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ແລະ ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ສະບັບທຳອິດ (2019-2023); ພາກເນື້ອໃນແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນສະບັບທີ 2 (2024-2028) ແລະ ພາກກົນໄກການຈັດຕັ້ງປະ
ຕິບັດ. ສອງພັກ-ລັດຖະບານ ລາວ-ຈີນ ໄດ້ມອບໃຫ້ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະພົວພັນຕ່າງປະເທດສູນກາງພັກຄອມມູນິດຈີນ ເປັນອົງການໃຈກາງໃນການຕິດຕາມຊຸກຍູ້ຈັດຕັ້ງປະຕິບັດ ພ້ອມທັງຮັບຜິດຊອບປະສານງານ, ຕິດຕາມກວດກາຈັດຕັ້ງປະຕິບັດ ແລະ ສະຫຼຸບປະເມີນຜົນ.
ທັງນີ້, ເພື່ອສ້າງຄວາມຮັບຮູ້ອັນຖືກຕ້ອງໃຫ້ພະນັກງານຫຼັກແຫຼ່ງ ເຫັນໄດ້ຄວາມໝາຍສຳຄັນ ແລະ ເນື້ອໃນຂອງການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ,
ເຊິ່ງລັດຖະບານແຫຼ່ງ ສປປ ລາວ ໄດ້ຖືເອົາແຜນແມ່ບົດ ການສ້າງຄູ່ຮ່ວມຊະຕາກຳ ລາວ-ຈີນ ເປັນບ່ອນອີງໃນການຊຸກຍູ້ການພົວ ພັນຮ່ວມມື, ສອງພັກ, ສອງລັດ ລາວ-ຈີນ ໃນຕໍ່ໜ້າໃຫ້ເປັນຮູບປະທຳ.
ໂດຍ: ຮູ້
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ