ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 19 ກໍລະກົດ 2025

  

ມອບ​ເງິນ​ຊຸກຍູ້ ໃຫ້​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ ​ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2024-10-14 10:06:20 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 578 | ຄວາມນິຍົມ:



ໃນ​ວັນ​ທີ 1 ຕຸລາ 2024, ສະຫາຍ ພັນ​ເອກ ເຊ​ຕົ່ງ ນັກວິຊາການ​ວຽກ​ງານ​ໂທລະພາບ​ ກອງທັບ​ປົດ​ປ່ອຍ​ປະຊາຊົນ​ຈີນ ພ້ອມ​ດ້ວຍ​ຄະນະ ໄດ້​ມອບ​ເງິນ​ຊຸກຍູ້ ໃຫ້​ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ​ປະຊາຊົນ​ລາວ ຈຳນວນ 5.000.000 ກີບ, ໂດຍ​ການ​ກ່າວ​ຮັບ​ຂອງ ສະຫາຍ ພັນ​ໂທ ໂມງ​ຄຳ ບົວ​ລະ​ວັນ ຮອງ​ຫົວໜ້າ​ອຳນວຍ​ການ ຫໍ​ພິ​ພິ​ທະ​ພັນ​ປະ ຫວັດສາດ​ ກອງທັບ​ປະຊາຊົນ​ລາວ ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ໂມງ​ຄຳ ບົວ​ລະ​ວັນ ໄດ້​ສະແດງ​ຄວາມ​ຂອບໃຈ ຕໍ່ ສະຫາຍ ພັນ​ເອກ ເຊ​ຕົ່ງ ພ້ອມ​ດ້ວຍ​ຄະນະ ທີ່​ເຫັນ​ໄດ້​ຄວາມ​ໝາຍ​ຄວາມ​ສຳຄັນ ແລະ ຄວາມ​ຈຳເປັນ​ຂອງ​ກົມ​ກອງ ທີ່​ໄດ້​ມອບ​ເງິນ​ຊຸກຍູ້​ໃຫ້​ແກ່​ກົມ​ກອງ​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ນຳ​ໃຊ້​ເງິນ​ຈຳນວນ​ດັ່ງກ່າວ ເຂົ້າ​ໃນ​ຂະ​ບວນ​ການ​ວຽກ​ງານ​ລວມ​ຂອງ​ກົມ​ກອງ ໃຫ້​ເກີດ​ຜົນ​ປະໂຫຍດ​ສູງ​ສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ