ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 18 ກໍລະກົດ 2025

  

ຫ້ອງ​ການເມືອງ ​ກມທ ເປີດ​ຮຽນ​ສະໜັບສະໜູນ ແລະ ກົດ​ລະບຽບ​ພັກ ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ
ເວລາອອກຂ່າວ: 2024-10-14 10:10:51 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 567 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 9-10 ຕຸລາ 2024 ນີ້, ຫ້ອງ​ການເມືອງ ກົມ​ໃຫຍ່​ການເມືອງ​ກອງທັບ (ກມທ) ໄດ້​ເປີດ​ຮຽນ​ເອກະສານ​ສະໜັບສະໜູນ ແລະ ກົດ​ລະບຽບ​ພັກ ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ ເປົ້າ​ໝາຍ​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ​ໃໝ່ ຄັ້ງ​ທີ III ປະຈຳ​ປີ 2024, ໂດຍ​ການ​ຂຶ້ນ​ຫ້ອງ​ບັນຍາຍ​ເອກະສານ​ສະໜັບສະໜູນ​ພັກ ຂອງ ສະຫາຍ ພັນ​ໂທ ສອນໄຊ ອິນທະວົງ ຫົວໜ້າ​ພະ​ແນກ​ໂຄສະນາ-ອົບຮົມ ຫ້ອງ​ການເມືອງ ແລະ ຂຶ້ນ​ຫ້ອງ​ຮຽນ​ກົດ​ລະບຽບ​ພັກ ຂອງສະຫາຍ ພັນ​ເອກ ສຸ​ວັນນີ ດວງ​ປະເສີດ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ​ກມທ, ມີ​ມະຫາຊົນ​ຜູ້​ກ້າວໜ້າ ເປົ້າ​ໝາຍ​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ​ໃໝ່ໃນ​ທົ່ວ ກມທ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ວິລະ​ພັນ ຊາ​ພູ​ວົງ ຮອງ​ຫົວໜ້າ​ພະ​ແນກ​ໂຄສະນາ-​ອົບຮົມ ຫ້ອງ​ການເມືອງ ​ກມທ ໄດ້​ຜ່ານ​ມະຕິ​ຕົກລົງ ຂອງ​ຄະນະ​ປະຈຳ​ພັກ​ ກມທ ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ຮຽນ​ສະໜັບສະໜູນ ແລະ ວ່າ​ດ້ວຍ​ການ​ອະນຸມັດ​ເປີດ​ຮຽນ​ກົດ​ລະບຽບ​ພັກ ໃຫ້​ມະຫາຊົນ​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ ຢູ່ ​ກມທ ຄັ້ງ​ທີ III ປະຈຳ​ປີ 2024 ໂດຍ​ປະຕິບັດ​ຕາມ​ກົດ​ລະບຽບ​ ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI ໝວດ​ທີ I ມາດຕາ 2 ວ່າ​ດ້ວຍ​ລະບຽບ​ການ​ຂະຫຍາຍ​ພັກ ໃນ​ນີ້, ມີ​ມະຫາຊົນ​ຜູ້​ກ້າວ ໜ້າ​ເຂົ້າ​ຮຽນ​ສະໜັບສະໜູນ 20 ສະຫາຍ, ຍິງ 6 ສະຫາຍ ແລະ ມີ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ຮຽນ​ກົດ​ລະບຽບ​ພັກ 30 ສະຫາຍ, ຍິງ 11 ສະຫາຍ. ສຳ​ຫຼັບ​ເອກະສານ​ທີ່​ນຳ​ມາ​ເປີດ​ຮຽນ​ໃຫ້​ເປົ້າ​ໝາຍ​ທີ່​ຈະ​ຂະຫຍາຍ​ເຂົ້າ​ພັກ​ຄັ້ງ​ນີ້ ​ມີ​ເອກະສານ​ຮຽນ ​ສະໜັບສະໜູນ​ພັກ ແລະ ເອກະສານ​ກົດ​ລະບຽບ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI. ທັງ​ນີ້, ​ເພື່ອ​ຮັບປະກັນ​ໃຫ້​ແກ່​ເປົ້າ​ໝາຍທີ່​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ ​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ແຈ້ງ​ຢ່າງ​ເລິກເຊິ່ງ ແລະ ກຳ​ແໜ້ນ​ບັນດາ​ເນື້ອ​ໃນ​ສຳຄັນ ເປັນຕົ້ນ​ແມ່ນ ຮັບ​ຮູ້​ໄດ້​ມາດຖານ​ເງື່ອນໄຂ, ສິດ ແລະ ຂໍ້​ຫ້າມ​ຂອງ​ສະມາຊິກ​ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ໂດຍ: ພູ​ວັນ ສີ​ບຸນ​ມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ