ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກົມໃຫຍ່ເສນາທິການກອງທັບ ປະກາດປັບປຸງກາຈັດຕັ້ງ ແລະ ຊັບຊ້ອນໜ້າທີ່
ເວລາອອກຂ່າວ: 2024-10-16 14:45:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 4301 | ຄວາມນິຍົມ:



ວັນທີ15 ຕຸລາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດປັບປຸງການຈັດຕັ້ງ ແລະ ຍົກຍ້າຍຊັບຊ້ອນໜ້າທີ່ນາຍທະຫານ, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງໜ້າທີ່ໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບອາວຸດໃຫ້ເຂັ້ມແຂງ-ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ລອນທອງ ສິງລືໄຊ ເປັນຮອງຫົວໜ້າກົມປືນໃຫຍ່ໜ້າດິນ, ສະຫາຍພັນໂທ ວຽງໄຊ ແກ້ວມະນີ ເປັນຮອງຫົວໜ້າກົມປ້ອງກັນອາກາດ, ສະຫາຍພັນໂທ ທະນູສິນ ເທບພະວົງ ເປັນຮອງຫົວໜ້າກົມກໍາລັງພົນ, ສະຫາຍ ພັນໂທ ສົມພານ ສອນສຸພາບ ເປັນຫົວໜ້າການທະຫານ ໂຮງພິມກົດລັບ, ສະຫາຍ ພັນໂທ ຈັນເພັງ ໄຊປັນຍາ ເປັນຫົວໜ້າການເມືອງ ສູນຄົ້ນຄວ້າວິໄຈເຄມີ 66, ສະຫາຍ ພັນໂທ ອັດຕະພົງ ພົມມະຫອມ ເປັນຫົວໜ້າການເມືອງ ໂຮງງານແຜນທີ່ກອງທັບ, ສະຫາຍ ພັນໂທ ສຸກສະຫວັນ ທໍາມະນິລັນ ເປັນຮອງການທະຫານ ທັງເປັນ ຫົວໜ້າພະແນກເຕັກນິກ-ການພິມ ໂຮງພິມກົດລັບ, ສະຫາຍ ພັນຕີ ທາ ສີເຮືອງຄໍາ ເປັນຮອງຫົວໜ້າການເມືອງ ທັງເປັນ ຫົວໜ້າພະແນກການເມືອງ ສູນເຕັກນິກກົດລັບ, ສະຫາຍ ພັນຕີ ຫົງສາ ດວງສົມບູນ ເປັນຮອງຫົວໜ້າການເມືອງ ທັງເປັນ ຫົວໜ້າພະແນກການເມືອງ ໂຮງຮຽນ 307, ສະຫາຍ ພັນໂທ ສົມໃຈ ວິລະທອນ ເປັນຮອງຫົວໜ້າການເມືອງ ສູນຄົ້ນຄວ້າວິໄຈເຄມີ 66 ແລະ ຜ່ານຂໍ້ຕົກລົງ ຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນດີ ສຸກສໍາລານ ເປັນຫົວໜ້າພະ ແນກວັດຖຸ-ເຕັກນິກ ກົມ 49, ສະຫາຍ ພັນໂທ ຄໍາເພັດ ເປັນຮອງພະ ແນກວັດຖຸ-ເຕັກນິກ ກົມ 49, ສະຫາຍ ພັນໂທ ສຸລິນພົນ ເລື່ອນສົມຫວັງ ເປັນຮອງພະແນກອົບຮົມ ກົມ 49, ສະຫາຍ ພັນຕີ ສົມບູນ ອິນທະວົງ ເປັນຫົວໜ້າພະແນກວັດຖຸ-ເຕັກນິກ ກົມປືນໃຫຍ່ໜ້າດິນ, ສະຫາຍ ພັນຕີ ສາຍທອງ ພຸດທະວົງ ເປັນຮອງພະແນກວັດຖຸ-ເຕັກນິກ ກົມປືນໃຫຍ່ໜ້າດິນ, ສະຫາຍ ພັນໂທ ວຽງຄອນ ແສງສຸລີ ເປັນຫົວໜ້າພະແນກຄົ້ນຄວ້າເຕັກນິກກົດລັບ ກົມກົດລັບ, ສະຫາຍ ພັນໂທ ວິລະສັກ ວົງພິມ ເປັນຫົວໜ້າພະແນກໄອທີ ກົມກົດລັບ, ສະຫາຍ ພັນໂທ ເກີດ ແກ້ວວົງວິຈິດ ເປັນຫົວໜ້າພະແນກອົບຮົມ ກົມກົດລັບ, ສະຫາຍ ພັນໂທ ຄໍາແສງ ອິນທະວອນ ເປັນຫົວໜ້າພະແນກແຜນການ-ສັງລວມ ກົມກົດລັບ, ສະຫາຍ ພັນຕີ ນິກອນ ສີສຸວັນ ເປັນຮອງພະແນກໄອທີ ກົມກົດລັບ, ສະຫາຍ ພັນຕີ ບຸນລານ ສີສຸລາດ ເປັນຫົວໜ້າພະແນກຖານຂໍ້ມູນ ແລະ ບັນຊີນະໂຍບາຍກົມກໍາລັງພົນ, ສະຫາຍ ພັນໂທ ນາງ ບົວສະຫວັນ ສຸດສະດີ ເປັນຮອງພະແນກແຜນການ-ສັງລວມ ກົມກໍາລັງພົນ, ສະຫາຍ ພັນຕີ ອະນຸສິດ ຊູວົງສະຫວັດ ເປັນຮອງພະແນກຍຸດທະວິທີ ກົມອົບຮົມ, ສະຫາຍ ພັນໂທ ແພງທະວີ ສີຫາວົງ ເປັນຫົວໜ້າພະແນກຂ່າວສານພູມສາດ ກົມແຜນທີ່ກອງທັບ, ສະຫາຍ ພັນໂທ ສຸລິຍະ ພຸດທະວົງ ເປັນຮອງພະແນກຂ່າວສານພູມສາດ ກົມແຜນທີ່ກອງທັບ, ສະຫາຍ ພັນຕີ ນາງ ຈັນນີ ຄໍາພິທູນ ເປັນຮອງພະແນກແຜນທີ່ສະໝາມຮົບ ໂຮງງານແຜນທີ່ກອງທັບ, ສະຫາຍ ພັນຕີ ອາລຸນໄຊ ແສນສຸລິໄຊ ເປັນຮອງພະແນກບໍລິຫານ ສູນເຕັກນິກກົດລັບ, ສະຫາຍ ພັນໂທ ກໍລະກັນ ແສງສຸລິຍາ ເປັນຫົວໜ້າພະແນກຄົ້ນຄວ້າໂຄງການຫຼັກສູດ ການຮຽນ-ການສອນ ໂຮງຮຽນ 307. ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ຕ້ອງຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ການເມືອງ, ເພີ່ມທະວີຄວາມເປັນແບບຢ່າງໃນການປະຕິບັດໜ້າທີ່, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນແບບຢ່າງທີ່ດີໃນທຸກດ້ານ, ນຳເອົາແນວທາງແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ມາຈັດຕັ້ງເຊື່ອມຊຶມ ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ພະນັກງານ-ນັກຮົບ, ສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ປັບປຸງກໍ່ສ້າງຄ້າຍ-ຄູກົມກອງໃຫ້ມີບາດກ້າວພັດທະນາຢ່າງຮອບດ້ານ. ໂດຍ: ເຂັມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ