ກໍາມາທິການວຽກງານສັງຄົມພິຈາລະນາ 5 ຮ່າງມະຕິ
ເວລາອອກຂ່າວ: 2024-10-21 10:17:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2198 | ຄວາມນິຍົມ: ![]()
ກອງປະຊຸມກໍາມາທິການວຽກງານສັງຄົມໄດ້ຈັດຂຶ້ນ ໃນລະຫວ່າງກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45, ໃນວັນທີ 20 ຕຸລາ 2024 ນີ້, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນຕາ ເທບພະວົງ ປະທານກໍາມາທິການວັດທະນະທໍາ-ສັງຄົມ, ມີຫົວໜ້າ, ຮອງຫົວໜ້າ, ຄະນະຜູ້ແທນສະມາຊິກລັດຖະສະພາອາຊຽນເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ໄດ້ປຶກສາຫາລື ພິຈາລະນາ ແລະ ຮັບຮອງເອົາ 5 ຮ່າງມະຕິ ຄື: ຮ່າງມະຕິວ່າດ້ວຍການເພີ່ມທະວີ ບົດບາດຂອງລັດຖະສະພາ ໃນການຮ່ວມມືເພື່ອການແກ້ໄຂ ບັນຫາຢາເສບຕິດເຮັດໃຫ້ອາຊຽນປອດຢາເສບຕິດຢ່າງເປັນຮູບປະທໍາ. ຮ່າງມະຕິວ່າດ້ວຍການດຳເນີນການຮ່ວມກັນ ຜ່ານຂໍ້ລິເລີ່ມ ສົນທິສັນຍາໂລກວ່າດ້ວຍພລາສຕິກໃນອາຊຽນ. ຮ່າງມະຕິວ່າດ້ວຍການສົ່ງເສີມບົດບາດຂອງລັດຖະສະພາດ້ານນະວັດຕະກຳການຮັກສາສຸຂະພາບແບບອັດສະລິຍະ. ຮ່າງມະຕິວ່າດ້ວຍການສົ່ງເສີມສິດ ສະຫວັດດີການສັງຄົມ ແລະ ໂອກາດໃນການຈ້າງງານສຳລັບຜູ້ອາຍຸສູງໃນອາຊຽນ ແລະ ຮ່າງມະຕິວ່າດ້ວຍການເພີ່ມທະວີການຮ່ວມມືເພື່ອຄວບຄຸມຢາສູບ ແລະ ສານນີໂຄຕິນ ໃນອາຊຽນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















