ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ກົມຊ່າງແສງ ປິດຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ
ເວລາອອກຂ່າວ: 2024-10-21 10:29:17 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2297 | ຄວາມນິຍົມ:



ວັນທີ 20 ຕຸລາ 2024 ນີ້, ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ປິດຂະບວນການແຂ່ງຂັນກິລາ ມວນຊົນ ແລະ ກິລາການທະຫານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 70 ປີ (23 ຕຸລາ 1954 – 23 ຕຸລາ 2024) ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ໄຊສະໝອນ ຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ, ບັນດາພະແນກການຂອງກົມຊ່າງແສງ, ແຂກຖືກເຊີນ, ພ້ອມດ້ວຍນັກກິລາ ທົ່ວເຫຼົ່າຮົບຊ່າງແສງ ເຂົ້າຮ່ວມ. ສະຫາຍ ພັນໂທ ໄຊຊະນະ ມະນີວັນ ຫົວໜ້າພະແນກແຜນການ-ສັງລວມ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານບົດສະຫຼຸບຂະບວນການແຂ່ງຂັນກິລາມວນຊົນ ແລະ ກິລາການທະຫານ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບຊ່າງແສງ ຄົບຮອບ 70 ປີ ເຊິ່ງຂະບວນການດັ່ງກ່າວໄດ້ດຳເນີນມາເປັນເວລາ 7 ວັນ ເລີ່ມແຕ່ວັນທີ 14-20 ຕຸລາ ເຊິ່ງປະກອບມີ 6 ປະເພດກິລາ ຄື: ບານເຕະ, ບານສົ່ງຊາຍ, ບານສົ່ງຍິງ, ເປຕັງຄະນະບັນຊາ, ເປຕັງປະສົມຍິງ 1 ຄົນ, ກະຕໍ້ ແລະ ກິລາການທະຫານ ປະກອບມີ: ນັກຮົບແຂງແຮງ ແລະ ແລ່ນມ້າງປະກອບ. ເຊິ່ງຜົນການແຂ່ງຂັນ ກິລາບານເຕະ ປະເພດ ທີ I ແມ່ນ ກອງພັນ 579, ທີ II ກອງພັນ 587 ແລະ ທີ III ກອງພັນ 588, ບານສົ່ງຊາຍ ປະເພດ ທີ I ແມ່ນ ກອງພັນ 587, ທີ II ກອງພັນໃຫຍ່ 584, ທີ III ກອງພັນ 588, ບານສົ່ງຍິງ ປະເພດ ທີ I ແມ່ນ ກອງພັນ 587, ທີ II ໂຮງຮຽນເຫຼົ່າຮົບຊ່າງແສງ 506, ທີ III ກອງຮ້ອຍເອກະລາດ 51, ເປຕັງຄະນະບັນຊາ ປະເພດ ທີ I ແມ່ນ ກອງຮ້ອຍເອກະລາດ 51, ທີ II ກອງພັນ 588, ທີ III ກົມຊ່າງແສງ, ເປຕັງປະສົມຍິງ 1 ຄົນ ປະເພດ ທີ I ແມ່ນ ກອງກວດກູ້ລະເບີດ 58, ທີ II ກອງພັນ 587, ທີ III ກອງພັນ 588, ກະຕໍ້ ປະເພດ ທີ I ແມ່ນ ກອງພັນ 588, ທີ II ໂຮງຮຽນເຫຼົ່າຮົບຊ່າງແສງ 506, ທີ III ກອງພັນໃຫຍ່ 584 ແລະ ກິລາການທະຫານ ນັກຮົບແຂງແຮງ ປະເພດ ທີ I ແມ່ນກອງພັນ 561, ທີ II ໂຮງຮຽນເຫຼົ່າຮົບຊ່າງແສງ 506, ທີ III ກອງພັນ 588 ແລະ ແລ່ນມ້າງປະກອບ ປະເພດ ທີ I ແມ່ນ ກອງພັນໃຫຍ່ 584, ທີ II ກອງພັນ 588, ທີ III ກອງພັນ 579. ຈາກນັ້ນ, ຄະນະພັກ-ຄະນະບັນຊາ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄດ້ຜັດປ່ຽນກັນມອບຂັນລາງວັນ ແລະ ລາງວັນໃຫ້ແຕ່ລະປະເພດກິລາຕາມລໍາດັບ. ຈຸດປະສົງການແຂ່ງຂັນກິລາໃນຄັ້ງນີ້, ແມ່ນເພື່ອຂ່ຳນັບຕ້ອນວັນສຳຄັນຕ່າງໆ ຂອງຊາດ, ຂອງກອງທັບ ເວົ້າລວມ ເວົ້າສະເພາະ ກໍເເມ່ນວັນສ້າງຕັ້ງເຫຼົ່າຮົບຊ່າງເເສງ ຄົບຮອບ 70 ປີ ໃຫ້ມີບັນຍາກາດຟົດຟື້ນ ເເລະ ກວ້າງຂວາງ, ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງ, ການພົບປະແລກປ່ຽນບົດຮຽນ ລະຫວ່າງນັກກິລາ ແລະ ເປັນການເຝິກຝົນກໍາລັງແຮງກາຍເຮັດໃຫ້ມີສຸຂະພາບແຂງແຮງ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ໂດຍ: ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ