ເຫຼົ່າຮົບເສນາຮັກ ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ
ເວລາອອກຂ່າວ: 2024-10-21 10:55:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2547 | ຄວາມນິຍົມ: ![]()
ພິທີປະກາດເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຂອງກົມກອງເຫຼົ່າຮົບເສນາຮັກ ກົມໃຫຍ່ພະລາທິການກອງທັບ ເຂດໃຈກາງນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2024 ທີ່ໂຮງໝໍສູນກາງ 103 ກອງທັບ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ຮອງຫົວ ໜ້າກົມໃຫຍ່ພະລາທິການກອງທັບ, ມີສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຈັດຕະວາ ຄໍາແພງ ພູມມະແກ້ວ ຫົວໜ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ ຕະຫຼອດເຖິງນາຍ ແລະ ພົນທະຫານຂອງບັນດາກົມກອງທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ. ເຊິ່ງນາຍ ແລະ ພົນທະຫານທີ່ໄດ້ຮັບການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃນຄັ້ງນີ້ມີທັງໝົດ 137 ສະຫາຍ ຈາກ 5 ກົມກອງ ຄື: ໂຮງໝໍສູນກາງ 103 ກອງທັບ, ສາງຢາ ແລະ ອຸປະກອນການແພດກອງທັບ, ວິທະຍາຄານການແພດກອງທັບ, ສະຖາບັນການຢາ-ການແພດພື້ນເມືອງ ແລະ ສະຖາບັນກັນພະຍາດ.
ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ໄດ້ກ່າວສະແດງຄວາມດີໃຈ ແລະ ຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍ ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ພ້ອມທັງໄດ້ເນັ້ນໃຫ້ທຸກສະຫາຍ ຈົ່ງພ້ອມກັນ ສືບຕໍ່ເຮັດໜ້າທີ່ການເມືອງ ວິຊາສະເພາະຂອງຕົນ, ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງສືບຕໍ່ເຝິກຝົນຮໍ່າຮຽນທັງໃນດ້ານວິຊາສະເພາະຄຽງຄູ່ກັບພາສາຕ່າງປະເທດ ແລະ ອື່ນໆ.
ຂ່າວ: ໂຊກທະວີ ແກ້ວບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















