ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ງານບຸນຊ່ວງເຮືອປະເພນີອອກພັນສາປະວໍຣະນາ ປະຈໍາປີ 2024 ທີ່ນະຄອນປາກເຊ ແຂວງຈໍາປາສັກ
ເວລາອອກຂ່າວ: 2024-10-21 12:12:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2452 | ຄວາມນິຍົມ:



ງານບຸນຊ່ວງເຮືອປະເພນີອອກພັນສາປະວໍຣະນາ ປະຈໍາປີ ພສ 2567 ຄສ 2024 ທີ່ນະຄອນປາກເຊ ແຂວງຈໍາປາສັກ ໄດ້ຈັດຂຶ້ນ ແລະ ສໍາເລັດລົງດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ. ໃນລະຫວ່າງວັນທີ 17-18 ຕຸລາ 2024 ຢູ່ທີ່ແຄມແມ່ນໍ້າເຊໂດນ ບ້ານທ່າສາລາຄໍາ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຈ ປອ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີ ທ່ານ ປອ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຈຳປາສັກ, ມີທ່ານ ບົວລີ ເພັດສົງຄາມ ຄະນະປະຈໍາພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນປາກເຊ, ມີກົງສູນໃຫຍ່ແຫ່ງ ຣາຊະອານາຈັກກຳປູເຈຍ ປະຈໍາພາກໃຕ້ລາວ, ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາແຂວງຊຽງແຕງ ຣາຊະອານາຈັກກຳປູເຈຍ, ຜູ້ຕາງໜ້າກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ 4 ແຂວງພາກໃຕ້ລາວ, ຮອງເຈົ້າແຂວງຊຽງແຕງ, ຮອງເຈົ້າແຂວງ ແພຣະວີຮາຍ ຣາຊະອານາຈັກກຳປູເຈຍ, ຜູ້ແທນຈັງຫວັດອຸບົນຣາຊະທານີ ຣາຊະອານາຈັກໄທ, ປະທານສະພາອຸດສາຫະກຳການທ່ອງທ່ຽວ, ການນໍາແຂວງຈໍາປາສັກ, ການນໍາ 9 ຕົວເມືອງ ແລະ ການນໍານະຄອນປາກເຊ ຕະຫຼອດຮອດພໍ່-ແມ່ປະຊາຊົນຊາວນະຄອນປາກເຊ, ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຊົມຮ່ວມເຊຍຢ່າງຫຼວງຫຼາຍ. ທ່ານ ບົວລີ ເພັດສົງຄາມ ຕາງໜ້າຄະນະກໍາມະການຈັດກິດຈະກໍາງານບຸນຊ່ວງເຮືອ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນຊ່ວງເຮືອປະເພນີ ປະຈໍາປີ 2024 ທີ່ນະຄອນປາກເຊ, ປີນີ້ມີເຮືອຊ່ວງຈາກບັນດາບ້ານພາຍໃນນະຄອນປາກເຊ, ຈາກບັນດາເມືອງຂອງແຂວງຈໍາປາສັກ ແລະ ແຂວງສາລະວັນ ເຂົ້າຮ່ວມ 59 ຄະນະ ແລະ ມີ 07 ປະເພດເຮືອຊ່ວງເຂົ້າຮ່ວມຄື: ເຮືອຊ່ວງ 12 ສີພາຍ (ຊາຍ) ມີ 20 ລໍາ, ເຮືອຊ່ວງ 24 ສີພາຍ (ຊາຍ) ມີ 10 ລໍາ, ເຮືອຊ່ວງ 24 ສີພາຍ (ຍິງ) ມີ 07 ລໍາ, ເຮືອຊ່ວງປະເພນີ 33 ສີພາຍ (ຊາຍ) ມີ 08 ລໍາ, ເຮືອຊ່ວງປະເພນີ 33 ສີພາຍ (ຍິງ) ມີ 06 ລໍາ, ເຮືອຊ່ວງເຮືອສູດ 33 ສີພາຍ (ຊາຍ) ມີ 05 ລໍາ ແລະ ເຮືອຊ່ວງ 55 ສີພາຍ (ຊາຍ) ມີ 02 ລໍາ. ຈຸດປະສົງ ການຈັດງານບຸນຊ່ວງເຮືອປະເພນີຄັ້ງນີ້ ກໍເພື່ອເປັນການສະເຫຼີມສະຫຼອງ ແລະ ອະນຸລັກຮັກສາມູນເຊື້ອຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນຕິດພັນກັບການສົ່ງເສີມການການຜະລິດ, ການບໍລິການ-ການຄ້າ, ການທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວ ຢ້ຽມຢາມຢູ່ນະຄອນປາກເຊ ກໍຄືແຂວງຈໍາປາສັກໃຫ້ນັບມື້ນັບຫຼາຍຂຶ້ນ ສໍາລັບຜົນການແຂ່ງຂັນ ເຮືອຊ່ວງ 12 ສີພາຍ(ຊາຍ) ທີ 1 ໄດ້ແກ່ເຮືອເທບສົງຄາມ ທິດາບົວຂຽວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 20 ລ້ານກີບ, ທີ 2 ເຮືອພອນຫຼວງປູ່ເສີມ ໄດ້ຮັບເງິນ 15 ລ້ານກີບ, ທີ 3 ເຮືອແຂວງສາລະວັນ ໄດ້ຮັບເງິນ 10 ລ້ານກີບ ແລະ ທີ 4 ເຮືອບ້ານຄັນແຍງ ໄດ້ຮັບເງິນ 5 ລ້ານກີບ. ເຮືອຊ່ວງປະເພນີ 24 ສີພາຍ(ຊາຍ) ທີ 01 ເຮືອທະຫານແຂວງຈໍາປາສັກ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 25 ລ້ານກີບ, ທີ 2 ເຮືອບ້ານດອນເຂາະ ໄດ້ຮັບເງິນສົດ 20 ລ້ານກີບ, ທີ 3 ເຮືອບ້ານພະລິງ ໄດ້ຮັບເງິນສົດ 15 ລ້ານກີບ ແລະ ທີ 4 ເຮືອບ້ານນາແກວ ໄດ້ຮັບເງິນສົດ 10 ລ້ານກີບ. ເຮືອຊ່ວງປະເພນີ 24 ສີພາຍ(ຍິງ) ທີ 1 ເຮືອບ້ານນາແກວ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 25 ລ້ານກີບ, ທີ 2 ເຮືອບ້ານແກ້ງຊັນ ໄດ້ຮັບເງິນສົດ 20 ລ້ານກີບ, ທີ 3 ເຮືອບ້ານດອນເຂາະ ໄດ້ຮັບເງິນສົດ 15 ລ້ານກີບ ແລະ ທີ 4 ບ້ານສະໝໍລຽບໄດ້ຮັບເງິນສົດ 10 ລ້ານກີບ.ເຮືອຊ່ວງປະເພນີ 33 ສີພາຍ (ຍິງ) ທີ 1 ເຮືອບ້ານພະລິງ, ທີ 2 ເຮືອບ້ານດອນເຂາະ, ທີ 3 ເຮືອບ້ານແກ ແລະ ທີ 4 ເຮືອບບ້ານຊົ້ງ. ເຮືອຊ່ວງປະເພນີ 33 ສີພາຍ(ຊາຍ) ທີ 1 ເຮືອທະຫານແຂວງຈໍາປາສັກ, ທີ 2 ເຮືອເມືອງມຸນລະປາໂມກ, ທີ 3 ເຮືອບ້ານແກ ແລະ ທີ 4 ເຮືອບ້ານພະລີງ ລາງວັນປະເພດເຮືອຊວ່ງປະເພນີ 33 ສີພາຍ ທີ 1 ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 50 ລ້ານກີບ, ທີ 2 ໄດ້ຮັບເງິນສົດ 30 ລ້ານກີບ, ທີ 3 ໄດ້ຮັບເງິນສົດ 20 ລ້ານກີບ ແລະ ທີ 4 ໄດ້ຮັບເງິນສົດ 15 ລ້ານກີບ. ເຮືອຊ່ວງເຮືອສູດ 33 ສີພາຍ(ຊາຍ) ທີ 1 ເຮືອເຈົ້າພໍ່ຄໍາແດງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 50 ລ້ານກີບ, ທີ 2 ເຮືອບ້ານຫ້ວຍເລົາ ໄດ້ຮັບເງິນສົດ 30 ລ້ານກີບ, ທີ 3 ເຮືອ ບໍລິສັດ ເບທາໂກ ໄດ້ຮັບເງິນສົດ 20 ລ້ານກີບ. ເຮືອຊ່ວງ 55 ສີພາຍ (ຊາຍ) ທີ 1 ເຮືອບ້ານຄັນແຍງ ໄດ້ຮັບຂັນ 1 ໜ່ວຍ ພ້ອມເງິນສົດ 50 ລ້ານກີບ, ທີ 2 ເຮືອທະຫານແຂວງຈໍາປາສັກ ໄດ້ຮັບເງິນສົດ 30 ລ້ານກີບ. ນອກນີ້, ລາງວັນເຮືອງາມ ທີ 1 ເຮືອບ້ານສະໝໍລຽບ ໄດ້ຮັບເງິນສົດ 5 ລ້ານ, ທີ 2 ເຮືອບ້ານພະລິງ ໄດ້ຮັບເງິນສົດ 4 ລ້ານກີບ ແລະ ທີ 3 ເຮືອບ້ານແກໄດ້ຮັບເງິນສົດ 3 ລ້ານກີບ. ລາງວັນເຮືອເຊີ້ງໜ້ານໍ້າ ທີ 1 ເຮືອພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຈຳປາສັກ ໄດ້ຮັບເງິນສົດ 5 ລ້ານກີບ, ທີ 2 ເຮືອພະແນກສາທາລະນະສຸກແຂວງຈໍປາສັກ ໄດ້ຮັບເງິນສົດ 4 ລ້ານກີບ. ຂ່າວ: ດາວົງ ບຸດຕະວົງ ພາບ: ສົມພອນ ພົງສະຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ