ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 11 ພຶດສະພາ 2026

  

ທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານພັກ ວປກ ສະໄໝທີ V ຮອບທີ 2
ເວລາອອກຂ່າວ: 2024-10-21 14:19:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2803 | ຄວາມນິຍົມ:



ກອງປະຊຸມທາບທາມບຸກຄະລາກອນສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະໄໝທີ V ຮອບທີ 2. ໄດ້ໄຂຂຶ້ນໃນວັນທີ 18 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ເລຂາຄະນະພັກ ຫົວໜ້າການເມືອງ, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ຮອງເລຂາຄະນະພັກ ຫົວໜ້າການທະຫານ ວປກ, ພ້ອມດ້ວຍວິຊາການຈາກກົມຈັດຕັ້ງພັກ ແລະ ຜູ້ແທນສົມບູນ-ສຳຮອງ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນຈັດຕະວາ ແປ້ນຄຳ ບຸດຈັນແພງ ໄດ້ຂຶ້ນກ່າວເປີດພິທີຢ່າງເປັນທາງການ, ພ້ອມທັງໄດ້ຜ່ານບົດລາຍງານການເມືອງຂອງອົງຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຕໍ່ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ສະໄໝທີ V, ເຊິ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຜົນງານທີ່ສາມາດຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ IV ຂອງຄະນະພັກວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ພາຍໃຕ້ການນຳພາຢ່າງເດັດຂາດ, ໂດຍກົງ ແລະ ຮອບດ້ານຂອງພັກ, ໃນຜ່ານມາພວກເຮົາໄດ້ເປັນກຳລັງຫຼັກແຫຼ່ງຮັບປະກັນໃຫ້ປະເທດຊາດ ກໍ່ຄື ກົມກອງໃຫ້ມີສະຖຽນລະພາບທາງດ້ານການເມືອງ, ພະນັກງານ, ສະມາຊິກພັກ, ນັກຮົບ ມີແນວຄິດການເມືອງໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ເປັນກຳລັງຫຼັກໃນການກໍ່ສ້າງ-ບຳລຸງຖັນແຖວນາຍທະຫານຂັ້ນບັນຊາ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມແນວທາງແຜນນະໂຍບາຍຂອງພັກ. ນອກຈາກນີ້, ສະຫາຍ ພົນຈັດຕະວາ ປອ ແກ້ວສຸວັນ ອິນທະວົງສາ ກໍ່ໄດ້ຂຶ້ນຜ່ານບົດສຳຫຼວດການນຳພາຂອງ ຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ຊຸດເກົ່າ ສະໄໝທີ IV ອີກດ້ວຍ. ສະຫາຍ ພັນຕີ ຄຳໝັ້ນ ມິດສຸພົນ ອະນຸກຳມະການທາບທາມບຸກຄະລາກອນ ໄດ້ຂຶ້ນຜ່ານເງື່ອນໄຂມາດຖານຂອງຜູ້ທີ່ຈະລົງຮັບສະໝັກເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະໄໝທີ V ແລະ ມາດຖານເງື່ອນໄຂຜູ້ສະໝັກເຂົ້າໃນຄະນະປະຈໍາພັກ, ເລຂາ-ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະໄໝທີ V ເພື່ອເປັນການທົບທວນຄືນຄວາມຮັບຮູ້ເຂົ້າໃຈໃນການຈັດຕັ້ງປະຕິບັດການທາບທາມບຸກຄະນະລາກອນເຂົ້າໃນຄະນະພັກໃນ ຮອບທີ 1 ທີ່ຜ່ານມາ, ເຊິ່ງເຫັນວ່າບັນດາສະຫາຍໃນຄະນະພັກ-ຄະນະບັນຊາ, ອົງການ, ກົມກອງ ແລະ ໜ່ວຍພັກຮາກຖານພັກມີສະຕິຕື່ນຕົວ, ຍົກສູງນໍ້າໃຈຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ໂດຍປະຕິບັດຕາມກົດລະບຽບຫຼັກການຂອງພັກວາງອອກຢ່າງເຂັ້ມງວດໃນການໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດຄັດເລືອກເອົາເປົ້າໝາຍທີ່ມີເງື່ອນໄຂມາດຖານເໝາະສົມເຂົ້າຄະນະພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ທັບສະໄໝທີ V ໄດ້ສໍາເລັດຜົນໄປດ້ວຍດີ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກໍໄດ້ຊີ້ນໍາຕໍ່ກອງປະຊຸມ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງເອົາໃຈໃສ່ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ເຂົ້າໃນການໃຊ້ສິດປະຊາທິປະໄຕຕາມກົດລະບຽບຂອງພັກວາງອອກ ເພື່ອຄັດເລືອກເອົາເປົ້າໝາຍທີ່ເໝາະສົມເຂົ້າເປັນ ຄະນະບໍລິຫານງານພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ຄະນະປະຈໍາພັກ, ເລຂາ-ຮອງເລຂາ, ປະທານ ແລະ ຮອງປະທານກວດກາພັກ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ສະໄໝທີ V ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້. ໂດຍ: ສົງການ ທະວີສຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ