ປະກາດ ການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ບັນດາກົມກອງເຂດພາກກາງ ເເລະ ພາກໃຕ້
ເວລາອອກຂ່າວ: 2024-10-24 15:05:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3712 | ຄວາມນິຍົມ: ![]()
ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຢູ່ບັນດາກົມກອງເຂດພາກກາງ ແລະ ພາກໃຕ້, ໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2024 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານເເຂວງຈໍາປາສັກ. ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານເເຂວງຈໍາປາສັກ, ມີ ຄະນະກົມພະນັກງານ, ກົມກອງ ກຳລັງຫຼວງ, ກຳລັງທ້ອງຖິ່ນ ເຂດພາກກາງ ເເລະ ພາກໃຕ້ ຕະຫຼອດຮອດນາຍທະຫານ ທີ່ໄດ້ຮັບການເລື່ອນຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນ, ໃຫ້ນາຍທະຫານຢູ່ບັນດາກົມກອງເຂດພາກກາງ ເເລະ ພາກໃຕ້ ໃນນີ້ ເລື່ອນຊັ້ນ ພັນຕີ ຂື້ນຊັ້ນ ພັນໂທ ຈໍານວນ 173 ສະຫາຍ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ມີບາງຕອນໄດ້ກ່າວວ່າ: ກ່ອນອື່ນພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈແຈ້ງກ່ຽວກັບການເລື່ອນຊັ້ນນາຍທະຫານໃນກອງທັບປະຊາຊົນລາວໃນເງື່ອນໄຂປັດຈຸບັນໃຫ້ຖືກຕ້ອງ, ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນພາວະວິໃສ, ທັງເປັນບັນຫາຍຸດທະສາດທີ່ພົວພັນເຖິງການຂະຫຍາຍຕົວຂອງກອງທັບເຮົາ, ເພາະວ່າແຕ່ລະວຽກທີ່ໄດ້ຮັບຜົນສໍາເລັດແມ່ນບັນດາສະຫາຍເປັນຜູ້ຈັດຕັ້ງປະຕິບັດຕົວຈິງ, ຖ້າບັນດາສະຫາຍ ບໍ່ເຂັ້ມແຂງ ກໍບໍ່ສາມາດເຮັດໃຫ້ວຽກງານໄດ້ຮັບການປະຕິບັດຢ່າງທົ່ວເຖິງ, ພ້ອມນັ້ນກໍຕ້ອງສືບຕໍ່ຄົ້ນຄວ້າເຊື່ອມຊຶມແນວທາງ ນະໂຍບາຍຂອງພັກ-ລັດ ແລະ ຂອງກອງທັບ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ສືບຕໍ່ຍົກສູງຄວາມຮັບຜິດຊອບທີ່ໄດ້ຮັບມອບໝາຍ ພະຍາຍາມຄົ້ນຄວ້າທຸກວິທີທາງເພື່ອປັບປຸງແບບແຜນວິທີເຮັດວຽກ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນຫມູ່ຄະນະ, ເເບ່ງບຸກຄົນຮັບຜິດຊອບຢ່າງແທ້ຈິງ ພ້ອມທັງມີການສະຫຼຸບຖອດຖອນບົດຮຽນເປັນປົກກະຕິ, ຕ້ອງເປັນເຈົ້າການເສີມຂະຫຍາຍມູນເຊື້ອການນໍາພາຂອງພັກຕໍ່ກໍາລັງປະກອບອາວຸດໃຫ້ເລິກເຊິ່ງ, ສ້າງໃຫ້ໄດ້ຄວາມສາມັກຄີພາຍໃນເປັນປຶກແຜ່ນແໜ້ນໜາ ບົນພື້ນຖານຮ່ວມແຮງຮ່ວມໃຈຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ, ມີແບບແຜນວິທີເຮັດວຽກ, ວິທີນໍາພາແບບວິທະຍາສາດ-ປະດິດສ້າງ, ຕັ້ງໜ້າປະກອບສ່ວນປັບປຸງກຳລັງ, ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄວາມຮູ້-ຄວາມສາມາດ, ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ, ເພື່ອສ້າງກອງທັບເຮົາໃຫ້ເຂັ້ມແຂງ, ມີແບບແຜນ ແລະ ທັນສະໄໝ.
ຂ່າວ: ຮທ ນາງ ສີລິຄານ ສີດາວົງ
ພາບ: ຮທ ສົມພອນ ພົງສະຫວັດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















