ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກອົງການກົມ 213
ເວລາອອກຂ່າວ: 2024-10-25 14:11:18 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2107 | ຄວາມນິຍົມ: ![]()
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກອົງການ ກົມ 213 ໄຂຂຶ້ນໃນວັນທີ 24 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສິລິວົງ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມມີ ພົນຈັດຕະວາ ທຸມມາ ພົມມະທຳ ຮອງຫົວໜ້າຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີຄະນະພັກ-ຄະນະບັນຊາ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບົວວັນ ອາດຖະນະໄຊ ເລຂາຄະນະພັກ ຫົວໜ້າກົມ 213 ໄດ້ຕີລາຄາຄືນໝາກຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກົມ 213 ໄລຍະຜ່ານມາເຫັນວ່າມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນໄດ້ສຸມໃສ່ຊີ້ນຳ-ນຳພາກົມກອງໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ. ໃນນັ້ນ, ໄດ້ສຸມໃສ່ເຮັດໃຫ້ສະພາບມີຄວາມສະຫງົບ, ການປັບປຸງກໍ່ສ້າງກຳລັງ, ປັບປຸງລະບຽບແບບແຜນຍົກລະດັບວິຊາສະເພາະວິຊາການໃຫ້ສູງຂຶ້ນ, ສ້າງພັກໃຫ້ກາຍເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງໃຫ້ກາຍເປັນກອງປອດໃສ ປອດໄພ ປອດຄະດີ ແລະ ການສ້າງກົມກອງວັດທະນະທຳ-ນັກຮົບວັດທະນະທຳດ້ວຍການສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ນັກຮົບຢ່າງຕໍ່ເນື່ອງ, ຊີ້ນຳ-ນຳພາ ພະນັກງານ ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຕາມທິດ 3 ສ້າງຂອງກົມການເມືອງສູນກາງພັກ. ສ້າງພັກຕາມ 5 ຫຼັກການ 3 ທິດນຳຂອງພັກ ເຊິ່ງທົ່ວກົມມີອັດຕາສ່ວນການນຳພາຂອງພັກຫຼາຍກວ່າເຄິ່ງໜຶ່ງຂອງຈຳນວນພົນທັງໝົດໃນທົ່ວກົມ, ສຳລັບວຽກງານພະນັກງານຂັ້ນຄະນະພັກສຸມໃສ່ສ້າງພະນັກງານ 3 ຮຸ່ນສືບທອດ ແລະ ປ່ຽນແທນ, ສ້າງວິຊາສະເພາະ ຕ່າງໆທີ່ກ່ຽວຂ້ອງແຕ່ລະດັບຊັ້ນ ສູງເຖິງປະລິນຍາເອກ, ນອກນັ້ນ ຍັງໄດ້ຈັດຕັ້ງເຝິກອົບຮົມ ແລະ ບຳລຸງສ້າງພະນັກງານກັບທີ່ຕາມໂຮງຮຽນ, ວິທະຍາຄານຕ່າງໆ ທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ. ຄຽງຄູ່ກັນນັ້ນ, ຄະນະພັກຍັງ ເນັ້ນໃສ່ການປັບປຸງກໍ່ສ້າງກົມກອງ, ປັບປຸງອົງການຈັດຕັ້ງມະຫາຊົນ, ປັບປຸງລະບຽບແບບແຜນທັງຮັບປະກັນວຽກງານພະລາທິການເຕັກນິກ ແລະ ຮັບປະກັນແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກົມກອງໄດ້ເປັນຢ່າງດີ.
ກອງປະຊຸມໄດ້ໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາ ຄະນະພັກຊຸດໃໝ່ ແລະ ເຫັນດີເປັນເອກະສັນຕົກລົງເລືອກເອົາ ສະຫາຍ ພັນເອກ ເຜີຍເພັດ ພົມສີຈັນ ເປັນເລຂາຄະນະພັກ, ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ເປັນຮອງເລຂາຄະນະພັກ, ສະຫາຍ ພັນເອກ ພູວອນ ເມກສະຫວັນ ເປັນປະທານກວດກາພັກ, ສະຫາຍ ພັນເອກ ແກ້ວຕາ ແກ້ວສະກຸນວຽງ ເປັນຄະນະ, ສະຫາຍ ພັນເອກ ໄພວັນ ພິຈິດ ເປັນຄະນະ, ສະຫາຍ ພັນໂທ ຄຳໄພ ສຳມະວົງ ເປັນຄະນະ, ສະຫາຍ ພັນໂທ ອະນຸສອນ ສີສົມບັດ ເປັນຄະນະ, ສະຫາຍ ພັນໂທ ອານຸສິດ ວັນທະວົງສາ ເປັນຄະນະ, ສະຫາຍ ພັນໂທ ສີໄຄ ສໍໄຊຍະລາດ ເປັນຄະນະ, ສະຫາຍ ພັນໂທ ສີສະຫວັດ ຈັນທະວົງ ເປັນຄະນະ ແລະ ສະຫາຍ ພັນໂທ ໄພວັນ ຄຳສິງສະຫວັດ ເປັນຄະນະ. ພ້ອມນີ້ຍັງໄດ້ເປັນເອກະສັນຢ່າງສົມບູນເລືອກຕັ້ງເອົາປະທານ, ຮອງປະທານກວດກາພັກຄື: ສະຫາຍ ພັນເອກ ພູວອນ ເມກສະຫວັນ ເປັນປະທານຄະນະກວດກາພັກ, ສະຫາຍ ພັນໂທ ອິນຖາ ເພັດແສງທອງ ເປັນຮອງປະທານຄະນະກວດກາພັກ ແລະ ສະຫາຍ ພັນຕີ ສົມເພັດມະນີວົງ ເປັນຮອງປະທານຄະນະກວດກາພັກ.
ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໂດຍໄດ້ເນັ້ນໃຫ້ຄະນະພັກຊຸດໃໝ່ປັບປຸງແບບແຜນວິທີນຳພາບັນຊາ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບມີຄວາມຕື່ນຕົວທາງດ້ານການເມືອງສູງ, ມີຈິດໃຈຮັກຊາດຢ່າງດູດດື່ມ, ສືບຕໍ່ປະຕິບັດທິດນຳ ຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງຢ່າງແທດເຖິງ ເລິກເຊິ່ງ, ເອົາໃຈໃສ່ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນລະຫວ່າງກອງທັບກັບປະຊາຊົນແບບກາຍະອິນຊີ, ປັບປຸງກໍ່ສ້າງກຳລັງໃຫ້ເຂັ້ມແຂງທຸກດ້ານ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ຍົກສູງຄວາມສາມາດດ້ານວິຊາສະເພາະໃຫ້ມີຄຸນນະພາບສູງ, ສ້າງສະຕິກຽມພ້ອມສູ້ຮົບຢ່າງຊຳນິຊຳນານ, ມີແບບແຜນວ່ອງໄວທັນເວລາຄົບຖ້ວນ ແລະ ເຂັ້ມງວດ, ເພີ່ມທະວີບົດບາດການນຳພາຂອງພັກຕໍ່ກົມກອງໃຫ້ເດັ່ນຊັດ, ປັບປຸງກໍ່ສ້າງພັກພະນັກງານໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ, ປັບປຸງແບບແຜນວິທີເຮັດວຽກຂອງຄະນະພັກ-ຄະນະບັນຊາໃຫ້ດີ, ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງເຂັ້ມງວດ ແລະ ສ້າງກົມກອງໃຫ້ເຂັ້ມແຂງກ້າວຂຶ້ນ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















