ປະກາດເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ ໂຮງໝໍບໍລິເວນ 109 ກອງທັບ
ເວລາອອກຂ່າວ: 2024-10-25 14:13:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2083 | ຄວາມນິຍົມ: ![]()
ພິທີປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ໂຮງໝໍບໍລິເວນ 109 ກອງທັບ ໄດ້ຈັດຂຶ້ນວັນທີ 24 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາ 4 ຫົວໜ່ວຍ, ມີພະແນກການ-ຂະແໜງການ ແລະ ນາຍທະຫານ ທີ່ໄດ້ຮັບຊັ້ນໃໝ່ເຂົ້າຮ່ວມ.
ສະຫາຍ ພັນໂທ ສີສຸດາ ວໍລະສິງ ຫົວໜ້າພະແນກພະນັກງານ ກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນ ແລະ ທຽບຊັ້ນໃຫ້ນາຍທະຫານ, ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມພະນັກງານ, ກົມໃຫຍ່ການເມືອງກອງທັບຕົກລົງ, ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນ ໃຫ້ນາຍທະຫານຈຳນວນທັງໝົດ 45 ສະຫາຍ, ຮ້ອຍຕີ ຂຶ້ນ ຮ້ອຍໂທ 6 ສະຫາຍ, ຮ້ອຍໂທ ຂຶ້ນ ຮ້ອຍເອກ 10 ສະຫາຍ ແລະ ຮ້ອຍເອກ ຂຶ້ນ ພັນຕີ 29 ສະຫາຍ.
ສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ໄດ້ສະແດງຍ້ອງຍໍຊົມເຊີຍມາຍັງການນຳທັງ 4 ຫົວໜ່ວຍ ຕະຫຼອດຮອດນາຍທະຫານຜູ້ທີ່ໄດຮັບຊັ້ນໃໝ່ ຕໍ່ຜົນງານຂອງທຸກສະຫາຍທີ່ໄດ້ປະຕິບັດ ແລະ ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍທີ່ໄດ້ຮັບຊັ້ນໃໝ່ໃນຄັ້ງນີ້ ຈົ່ງຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່, ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ສືບຕໍ່ຮັກສາຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງເຮັດວຽກຢ່າງມີແບບແຜນ ເປັນແບບຢ່າງນຳໜ້າໃນທຸກຂະບວນການ ເພື່ອປະກອບສ່ວນສ້າງຜົນງານໃນທຸກດ້ານຂອງກົມກອງໃຫ້ດີຂຶ້ນເລື້ອຍໆ.
ຂ່າວ+ພາບໂດຍ:ນາງ ໂຄດາ ໄຊຍະສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















