ກອງພັນໃຫຍ່ 645 ປະກາດການຈັດຕັ້ງ ຂັ້ນພະແນກການ
ເວລາອອກຂ່າວ: 2024-10-25 14:16:38 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1952 | ຄວາມນິຍົມ: ![]()
ພິທີປະກາດການຈັດຕັ້ງຂັ້ນພະແນກການ, ຂະແໝງການ ແລະ ກອງພັນນ້ອຍ ຢູ່ກອງພັນໃຫຍ່ 645, ໄດ້ຈັດຂຶ້ນໃນວັນທີ 22 ຕຸລາ 2024 ຜ່ານມານີ້ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 645, ກົມໃຫຍ່ພະລາທິການກອງທັບ, ກົມປ້ອງກັນອາກາດກົມ ໃຫຍ່ເສນາທິການກອງທັບກະຊວງປ້ອງກັນປະເທດ ແລະ ພະນັກງານຫຼັກແຫຼ່ງກອງພັນໃຫຍ່ 645 ເຂົ້າຮ່ວມ.
ອີງຕາມການຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບໃນນີ້ແຕ່ງຕັ້ງ ສະຫາຍ ພັນໂທ ທອງຄຳ ໄຊວົງສາ ເປັນຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ສົງຄາມ ບຸນຍະລາດ ເປັນຫົວໜ້າພະແນກພະລາທິການ, ສະຫາຍ ພັນໂທ ດາວເຮືອງ ດາວສະເດັດ ເປັນຫົວໜ້າພະແນກບໍລິຫານ, ສະຫາຍ ພັນໂທ ໄກຍະກອນ ລ້ອມດາລາ ເປັນຮອງຫົວໜ້າພະແນກການເມືອງ, ສະຫາຍ ພັນໂທ ຄຳຄານ ພົມມາລາ ເປັນຮອງຫົວໜ້າພະແນກພະລາທິການ, ສະຫາຍ ພັນໂທ ຄຳແຜ່ນ ວັນດວງແກ້ວ ເປັນຮອງຫົວໜ້າພະແນກເຕັກນິກ, ສະຫາຍ ພັນໂທ ສິນນະພາ ໂສມຈັນມະວົງ ເປັນຫົວໜ້າຂະແໜງແຜນການເຕັກນິກ, ສະຫາຍ ພັນໂທ ຍົມມະລາ ຈັນລະເຮືອງ ເປັນຫົວໜ້າຂະແໜງຄຸ້ມຄອງລົດ, ສະຫາຍ ພັນຕີ ພອນສະຫວັນ ສາຍພະຈັນເປັນຫົວໜ້າຂະແໜງສ້ອມແປງລົດໂອໂຕ-ລົດຫຸ້ມເກາະ, ສະຫາຍ ພັນໂທອາທິດ ກົມມະເມືອງ ເປັນຫົວໜ້າການເມືອງກອງພັນນ້ອຍ 607 ແລະ ສະຫາຍ ພັນຕີ ຄຳໃບ ຍືນພອນ ເປັນຮອງຫົວໜ້າການເມືອງກອງພັນ 607. ທັງນີ້ເພື່ອເປັນ ການປັບປຸງກໍ່ສ້າງກຳລັງໃນກອງທັບປະຊາຊົນລາວຂອງກະຊວງປ້ອງກັນປະເທດ ເວົ້າລວມ, ເວົ້າສະເພາະການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາຢູ່ກອງພັນໃຫຍ່ 645 ເພື່ອເຮັດໃຫ້ກົມກອງມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ຮອບດ້ານ, ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕາມການມອບໝາຍໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບຕໍາແໜ່ງໃໝ່ຄັ້ງນີ້ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບຄວາມເປັນຈິງຂອງກົມກອງ, ເຮັດວຽກເປັນໝູ່ຄະນະ, ມີຄວາມສາມັກຄີພາຍໃນ ແລະ ເປັນແບບຢ່າງນຳໜ້າທີ່ດີແກ່ພະນັກງານ, ນັກຮົບໃນກົມກອງ ແລະ ພ້ອມກັນປັບປຸງກໍ່ສ້າງກົມກອງໃຫ້ມີທ່າກ້າວຂະຫຍ້າຍຕົວ.
ພາບ: ມະນັດ
ຂ່າວ: ຮູ້.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















