ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກອງພັນເຄມີ 15 ປາຖະກະຖາມູນເຊື້ອ ວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 58 ປີ
ເວລາອອກຂ່າວ: 2024-10-25 15:08:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5478 | ຄວາມນິຍົມ:



ວັນທີ 25 ຕຸລາ 2024 ນີ້, ກອງພັນເຄມີ 15 ໄດ້ຈັດຕັ້ງພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 58 ປີ (ວັນທີ 26 ຕຸລາ 1966-26 ຕຸລາ 2024 ) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ຫົວໜ້າກົມເຄມີສາດ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກອງພັນເຄມີ 15, ສູນ 66 ພ້ອມດ້ວຍພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ທຽມ ຫອມຊະນະ ໄດ້ຫວນຄືນມູນເຊື້ອວັນສ້າງຕັ້ງເຫຼົ່າຮົບເຄມີສາດ ຄົບຮອບ 58 ປີ ເຊິ່ງຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ, ການເຕີບໃຫຍ່ຂະຫຍາຍຕົວຂອງເຫຼົ່າຮົບເຄມີໃນແຕ່ລະໄລຍະທີ່ລະອິດລະອ້ຽວ, ເຫຼົ່າຮົບເຄມີສາດໄດ້ກຳເນີດເກີດຂຶ້ນໃນວັນທີ 26 ຕຸລາ 1966 ທີ່ບ້ານນາມອນ, ເມືອງວຽງໄຊ, ເຂດທີ່ໝັ້ນແຫ່ງໜຶ່ງຂອງແຂວງຫົວພັນ ທ່າມກາງທີ່ສະພາບການຕໍ່ສູ້ສົງຄາມຮຸກຮານຂອງພວກຈັກກະພັດທີ່ດຸເດືອດຂ້ຽວຂາດ, ການຈັດຕັ້ງຂອງກົມກອງເຫຼົ່າຮົບເຄມີ ໃນເວລານັ້ນແມ່ນມີພຽງແຕ່ 1 ໝວດ ເຊິ່ງເປັນໝວດໜຶ່ງທີ່ສຳຄັນໃນກອງທັບແນວລາວອິດສະຫຼະ, ໃນການເຮັດໜ້າທີ່ສູ້ຮົບ, ປະສານສົມທົບກັບບັນດາເຫຼົ່າຮົບອື່ນໆ, ມີພາລະບົດບາດເຮັດໜ້າທີ່ວຽກງານຮັບປະກັນເຄມີ-ລັງສີ-ຊີວະ ທັງກໍ່ສ້າງຮາກຖານການເມືອງ ແລະ ເພີ່ມພູນຜະລິດຜົນຢ່າງຕັ້ງໜ້າ, ເປັນຕົ້ນແມ່ນປ້ອງກັນສອງແຂວງເຕົ້າໂຮມຖານທີ່ໝັ້ນຍຸດທະສາດສຳຄັນຂອງການປະຕິວັດໄວ້ໄດ້ຢ່າງໝັ້ນຄົງພາຍໃຕ້ການຊີ້ນຳ-ນຳພາອັນສາຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນໃນວັນທີ 2 ທັນວາ 1975 ເຫຼົ່າຮົບເຄມີສາດ ກໍໄດ້ນັບມື້ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ມີຜົນງານໄຊຊະນະອັນໃຫຍ່ຫຼວງ ຄຽງຄູ່ກັບການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນແຕ່ລະໄລຍະ. ການເລົ່າມູນເຊື້ອວັນສ້າງຕັ້ງເຫຼົ່າຮົບເຄມີສາດໃນຄັ້ງນີ້, ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບທົ່ວກອງພັນເຄມີ 15 ໄດ້ຮັບຮູ້ ມູນເຊື້ອອັນດີງາມ, ຮຽນຮູ້, ຈົດຈຳເຖິງຄວາມດີ ແລະ ມູນເຊື້ອຂອງກົມກອງ, ຄວາມອົງອາດກ້າຫານມີໄຫວພິກ, ສູ້ຮົບມີໄຊ ແລະ ຄວາມສາມັກຄີອັນເປັນປຶກແຜ່ນຂອງພະນັກງານ-ນັກຮົບຮຸ່ນກ່ອນເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບທອດພາລະກິດປະຫວັດສາດດັ່ງກ່າວໄປໝູນໃຊ້ເຂົ້າໃນການພັດທະນາກົມກອງ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງໜັກແໜ້ນຂຶ້ນເທື່ອລະກ້າວ. ພ້ອມກັນນັ້ນ, ສະຫາຍຫົວໜ້າກົມເຄມີສາດ ຍັງໄດ້ຮຽກຮ້ອງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບວິຊາສະເພາະເຄມີສາດ ຈົ່ງຍົກສູງຄຸນທາດການເມືອງຂອງຕົນໃຫ້ໜັກແໜ້ນ ເຂັ້ມແຂງ, ມີຄຸນສົມບັດສິນທໍາປະຕິວັດ, ເປັນເຈົ້າຕົນເອງ, ມີຄວາມສາມັກຄີໃນໝູ່ຄະນະ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ຈັດຕັ້ງປະຕິບັດລະບົບປະຈໍາການໃຫ້ເຂັ້ມງວດບົນພື້ນຖານປະຕິບັດຫຼັກການລວມສູນປະຊາທິປະໄຕ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ພ້ອມກັນນໍາເອົາແນວທາງການນໍາພາຂອງພັກມາເປັນແບບແຜນດໍາລົງຊີວິດ, ແບບແຜນວິທີເຮັດວຽກໄປຈັດຕັ້ງປະຕິບັດເຂົ້າໃນວຽກງານປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ເຕີບໃຫຍ່ຂະຫຍາຍຕົວ ໂດຍສະເພາະແມ່ນສ້າງໃຫ້ເຫຼົ່າຮົບເຄມີສາດມີການພັດທະນາຢ່າງຮອບດ້ານກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ