ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II ຂອງຄະນະພັກຮາກຖານ ສານທະຫານຂັ້ນສູງ
ເວລາອອກຂ່າວ: 2024-10-25 15:18:49 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 6068 | ຄວາມນິຍົມ:



ວັນທີ 25 ຕຸລາ 2024 ນີ້, ຄະນະພັກຮາກຖານ ສານທະຫານຂັ້ນສູງ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ II, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍາມະການຄະນະພັກກົມໃຫຍ່ການເມືອງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສິງທອງ ຄໍາປະເສີດ ເລຂາຄະນະພັກ ຫົວໜ້າສານທະຫານຂັ້ນສູງ ໄດ້ລາຍງານບົດສະຫຼຸບການເມືອງທັງສອງພາກ ໃນໄລຍະຜ່ານມາ, ຄະນະພັກຮາກຖານ ສານທະຫານຂັ້ງສູງ ໄດ້ຊີ້ນໍາບັນດາໜ່ວຍພັກທີ່ຂຶ້ນກັບເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ສະມາຊິກພັກ, ພະນັກງານ, ມະຫາຊົນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ດ້ວຍການດໍາເນີນຊີວິດພັກເປັນປົກກະຕິ ແລະ ເຂົ້າຮ່ວມຮໍ່າຮຽນເຊື່ອມຊຶມແນວທາງແຜນນະໂຍບາຍຂອງພັກ, ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ, ມະຕິຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງກອງທັບຈັດຂຶ້ນ ນັບທັງບັ້ນດໍາເນີນຊີວິດການເມືອງພາຍໃນພັກ ເປັນການປັບປຸງທາງດ້ານການເມືອງ ແລະ ທັດສະນະຫຼັກໝັ້ນການເມືອງ-ແນວຄິດ ແລະ ການຈັດຕັ້ງເຮັດໃຫ້ພະນັກງານ, ສະມາຊິກພັກ-ນັກຮົບມີຄວາມສັດຊື່ບໍລິສຸດ, ຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ, ມີຄວາມຮັບຜິດຊອບສູງ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຢູ່ພາຍໃນພັກ ແລະ ພາຍໃນກອງທັບ. ເຊິ່ງໃນນັ້ນ, ໄດ້ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນໍາໃນການກໍ່ສ້າງຄະນະພັກຮາກຖານ ສານທະຫານຂັ້ນສູງ ແລະ ບັນດາໜ່ວຍພັກທີ່ຂຶ້ນກັບໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ, ປະຕິບັດລະບອບດຳເນີນຊີວິດການເມືອງ ແລະ ເສຍເງິນບຳລຸງພັກ ຢ່າງເປັນປົກກະຕິ. ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະພັກຮາກຖານຊດໃໝ່, ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ເຫັນດີເປັນເອກກະສັນເລືອກເອົາ ສະຫາຍ ພັນເອກ ສິງທອງ ຄຳປະເສີດ ເປັນເລຂາຄະນະພັກຮາກຖານ, ສະຫາຍ ພັນເອກ ວັນ ສີເຟືອງ ເປັນຮອງເລຂາ, ສະຫາຍ ພັນໂທ ວຽງເງິນ ແກ້ວວົງໃສ ເປັນປະທານກວດກາພັກ, ສະຫາຍ ພັນໂທ ຄຳພວງ ສຸລິວົງ ແລະ ສະຫາຍ ພັນໂທ ຄໍາເພົ້າ ຟອງມະລາສິດ ເປັນຮອງປະທານກວດກາພັກ, ສະຫາຍ ພັນເອກ ໄຊຍະພອນ ພິຈິດ ແລະ ສະຫາຍ ພັນເອກ ຈັນທະວີໄຊ ນາມມະວົງສາ ເປັນກຳມະການ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງເນັ້ນໜັກຫຼາຍບັນຫາສຳຄັນເປັນຕົ້ນແມ່ນໃຫ້ ຄະນະພັກຊຸດໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ, ໜ້າທີ່ການເມືອງ, ຄວາມຮັບຜິດຊອບຂອງຕົນ, ເເກ້ໄຂບັນຫາຂໍ້ຄົງຄ້າງ ເເລະ ສືບຕໍ່ນຳພາພະນັກງານ, ສະມາຊິກພັກ-ນັກຮົບໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ. ພ້ອມທັງ ໄດ້ຮຽກຮ້ອງໃຫ້ພ້ອມກັນປັບປຸງແບບແຜນວິທີເຮັດວຽກໂດຍປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ແບ່ງຄວາມຮັັບຜິດຊອບໃຫ້ບຸກຄົນຈະແຈ້ງ, ມີສະຕິຕື່ນຕົວປະຕິບັດກົດໝາຍຂອງລັດ, ລະບຽບວິໄນຂອງພັກ, ຂອງກອງທັບຢ່າງເຂັ້ມງວດ, ເປັນເຈົ້າການຈັດຕັ້ງຜັນຂະຫຍາຍ ທິດທາງແຜນການຄາດໝາຍສູ້ຊົນວຽກງານການນຳພາຂອງພັັັກໃຫ້ປະກົດຜົນເປັນຈິງ. ໂດຍ: ຈອນນີ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ