ທະຫານແຂວງບໍ່ແກ້ວ ແລະ ທະຫານແຂວງລາວກາຍ ສສ ຫວຽດນາມ ພົບປະແລກປ່ຽນສະພາບການ
ເວລາອອກຂ່າວ: 2024-10-28 14:10:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2514 | ຄວາມນິຍົມ: ![]()
ກອງປະຊຸມພົບປະແລກປ່ຽນສະພາບການ ລະຫວ່າງ ກອງບັນຊາການທະຫານແຂວງບໍ່ແກ້ວ ສປປ ລາວ ແລະ ກອງບັນຊາການ ທະຫານແຂວງ ລາວກາຍ ສສ ຫວຽດນາມ ໄດ້ໄຂຂຶ້ນໃນວັນທີ 22 ຕຸລາ 2024 ຜ່ານມານີ້, ຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ, ຕ່າງໜ້າຝ່າຍລາວແມ່ນ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ຕ່າງໜ້າຝ່າຍຫວຽດນາມແມ່ນ ສະຫາຍ ພັນເອກ ພິເສດ ຫງວຽນດຶກເກື່ອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ລາວກາຍ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມໄດ້ຕີລາຄາຄືນໝາກຜົນຂອງການປະສານສົມທົບ ລະຫວ່າງ ບັນດາກົມກອງໃນການຄຸ້ມຄອງ ແລະ ປ້ອງກັນຊາຍແດນ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ສະກັດກັ້ນການເຄື່ອນໄຫວເຂົ້າ-ອອກ ເມືອງຂ້າມຊາຍແດນຜິດກົດໝາຍ, ການປະສານສົມທົບໃນການຄຸ້ມຄອງປ້ອງກັນຊາຍແດນລະຫວ່າງສອງຝ່າຍ, ກອງປະຊຸມແລກປ່ຽນສະພາບການ ສັນຍາແຮກສ່ຽວສອງຝ່າຍ ເນື້ອໃນສັນຍາຮ່ວມມືປ້ອງກັນຊາຍແດນລະຫວ່າງ ກະຊວງປ້ອງກັນປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ກອງບັນຊາການທະຫານແຂວງບໍ່ແກ້ວ ກອງທັບປະຊາຊົນລາວ ທີ່ໄດ້ເຊັ່ນຮ່ວມກັນໄວ້; ຄະນະຜູ້ແທນທັງສອງຝ່າຍ ໄດ້ປະກອບຄໍາຄິດຄຳເຫັນສຸມໃສ່ຫຼາຍບັນຫາ, ກອງປະຊຸມຄັ້ງນີ້ຜູ້ແທນທັງສອງຝ່າຍ ໄດ້ຮັບຟັງການແຈ້ງສະພາບການທີ່ເກີດຂຶ້ນ ກໍ່ຄືເຫດການຕ່າງໆ ທີ່ພົວພັນເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຢູ່ພາຍໃນສອງປະເທດ ລາວ-ຫວຽດນາມ ກໍ່ຄື ສອງແຂວງ ບໍ່ແກ້ວ-ລາວກາຍ, ຜ່ານການແລກປ່ຽນສະພາບ ແລະ ການປະກອບຄໍາເຫັນໃນຄັ້ງນີ້ແມ່ນໄດ້ເປັນເອກະພາບ ແລະ ຢັ້ງຢືນເຖິງໝາກຜົນການຮ່ວມມືທັງສອງຝ່າຍ ເຊີ່ງຕະຫຼອດໄລຍະທີ່ຜານມາໄດ້ປະກອບສ່ວນຢ່າງຕັ້ງໝ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງສອງປະເທດໄດ້ຂະຫຍາຍຕົວດີຂຶ້ນ, ກອງປະຊຸມທັງສອງກອງບັນຊາການຍັງໄດ້ເຊັນບົດບັນທຶກຊ່ວຍຈໍາຮ່ວມກັນອີກດ້ວຍ.
ຂ່າວໂດຍ: ນາງ ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















