ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ທະຫານແຂວງບໍ່ແກ້ວ ແລະ ທະຫານແຂວງ ລາວກາຍ ເຂົ້າວາງພວງມາລາ ຢູ່ອານຸສາວະລີ ນັກຮົມນິລະນາມຄ້າຍປ່າໄລ
ເວລາອອກຂ່າວ: 2024-10-28 14:14:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2950 | ຄວາມນິຍົມ:



ວັນທີ 22 ຕຸລາ 2024 ນີ້, ການນໍາກອງບັນຊາການ ທະຫານແຂວງບໍ່ແກ້ວ ແລະ ກອງບັນຊາການທະຫານແຂວງ ລາວກາຍ ສສ ຫວຽດນາມ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບວິລະນາມທີ່ຄ້າຍປ່າໄລ, ເຊິ່ງ ນໍາໂດຍ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ຫົວໜ້າການເມືອງກອງບັນຊາການ ທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນເອກ ພິເສດ ຫງວຽນດຶກເກື່ອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ລາວກາຍ ພ້ອມດ້ວຍການນໍາຂອງສອງກອງບັນຊາການເຂົ້າຮ່ວມ. ສໍາລັບການວາງພວງມາລາທີ່ອະນຸສາວະລີນັກຮົມນິລະນາ ຄ້າຍປ່າໄລ ໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄື ບັນດາ ພະນັກງານນັກຮົບປະຕິວັດ ທີ່ໄດ້ເສຍສະລະຊີວິດ, ເລືອດເນື້ອເພື່ອພາລະກິດ ປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນໍາພາ-ຊີ້ນຳ ຂອງພັກ ປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ ປີ 1975. ຈາກນັ້ນ ໄດ້ເຂົ້າຢ້ຽມພົບປະກັບ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເຈົ້າແຂວງ ແຂວງບໍ່ແກ້ວ, ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງ ເພື່ອລາຍງານຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງບໍ່ແກ້ວ ໃນການເຂົ້າພົບປະໃນຄັ້ງນີ້ ສະຫາຍ ພັນເອກ ພິເສດ ຫງວຽນດຶກເກື່ອງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ລາວກາຍ ສສ ຫວຽດນາມ ໄດ້ລາຍງານຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍ່ແກ້ວ ພ້ອມລາຍງານສະພາບການພັດທະນາເສດຖະກິດສັງຄົມຂອງແຂວງ ລາວກາຍ ໂດຍຫຍໍ້. ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ລາຍງານສະພາບຈຸດພິເສດ ແລະ ການພັດທະນາເສດຖະກິດສັງຄົມ ແຂວງບໍ່ແກ້ວ, ພ້ອມທັງໄດ້ຕີລາຄາສູງຕໍ່ການມາເຄື່ອນໄຫວຂອງຄະນະໃນຄັ້ງນີ້, ເຊິ່ງ ຜ່ານມາການນຳຂອງແຂວງໄດ້ເອົາໃຈໃສ່ຊຸກຍູ້ ວຽກງານດ້ານການປ້ອງກັນຊາດປ້ອງກັນຄວາມສະຫງົບ ເປັນວຽກງານໜຶ່ງທີ່ສຳຄັນຕິດພັນກັບການຈັດຕັ້ງພັນຂະຫຍາຍແນວທາງນະໂຍບາຍຂອງພັກ ລະບຽບການຂອງລັດໃນການຄຸ້ມຄອງຕິດຕາມກວດກາລາດຕະເວນທາງຊາຍແດນໃຫ້ມີຄວາມສະຫງົບ, ເປັນການປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ຫວຽດນາມ ໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ. ຂ່າວໂດຍ: ນາງ ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ