ປະກາດການບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ ແລະ ກຳມະການໜ່ວຍພັກ ຫ້ອງການກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2024-10-28 14:16:51 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3164 | ຄວາມນິຍົມ: ![]()
ພິທີປະກາດການບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ ແລະ ກຳມະການໜ່ວຍພັກ ຫ້ອງການກົມໃຫຍ່ການເມືອງກອງທັບ, ໄດ້ຈັດຂຶ້ນ ວັນທີ 28 ຕຸລາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ອານຸສິດ ບໍໃບຄໍາ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຂໍ້ຕົກລົງຂອງຄະນະປະຈຳພັກ ກົມໃຫຍ່ການເມືອງກອງທັບ ວ່າດ່ວຍການບົ່ງຕົວປ່ຽນແທນ ເລຂາ ແລະ ກຳມະການໜ່ວຍພັກ ຫ້ອງການກົມໃຫຍ່ການເມືອງກອງທັບ, ຄະນະປະຈຳພັກ ກົມໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ວັນໄຊ ຄໍາພາວົງ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ກົງວັນ ສຸລິວັນ ເປັນກຳມະການໜ່ວຍພັກ.
ສະຫາຍ ວົງສອນ ອິນປານພິມ ໄດ້ເນັ້ນໃຫ້ຜູ້ທີ່ໄດ້ຮັບໜ້າທີ່ ຈົ່ງສືບຕໍ່ຕັ້ງໜ້າ ເຮັດໜ້າທີ່ການເມືອງຂອງຕົນ, ກຳແໜ້ນແນວທາງຂອງພັກ ເປັນແບບຢ່າງນຳໜ້າຮອບດ້ານ, ສຸມເຫື່ອແຮງສະຕິປັນຍາຄວາມຮູ້-ຄວາມສາມາດ ເຂົ້າໃນໜ້າທີ່ວຽກງານ ຖືເອົາຫຼັກການຂອງພັກ ປະຕິບັດລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ ບຸກຄົນຮັບຜິດຊອບເປັນສໍາຄັນ, ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກພາຍໃນ ເພີ່ມທະວີຄວາມສາມັກຄີເປັນເອກະພາບປຶກແຜ່ນ, ມີຄວາມຮັບຜິດຊອບ ເປັນເຈົ້າຕົນເອງຍົກສູງບົດບາດການນໍາພາຂອງພັກ ທັງປັບປຸງກໍ່ສ້າງກຳລັງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ຮອບດ້ານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















