ປະກາດເລື່ອນຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ແລະ ແຕ່ຕັ້ງຂັ້ນພະແນກຢູ່ກົມໃຫຍ່ເຕັກນິກກອງທັບ
ເວລາອອກຂ່າວ: 2024-10-28 15:11:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3354 | ຄວາມນິຍົມ: ![]()
ໃນວັນທີ 25 ຕຸລາ 2024 ນີ້, ທີ່ສະໂມສອນກົມໃຫຍ່ເຕັກນິກກອງທັບ ໄດ້ຈັດຕັ້ງພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະກົມ, ຄະນະຫ້ອງ, ຄະນະພັກ-ຄະນະບັນຊາ, ບັນດາພະແນກການ ຕະຫຼອດຮອດນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຮັບໜ້າທີ່ໃໝ່ເຂົ້າຮ່ວມ.
ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຢູ່ກົມໃຫຍ່ເຕັກນິກກອງທັບ. ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ. ກະຊວງປ້ອງກັນປະເທດຕົກລົງ: ມາດຕາ 1 ເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ຈໍານວນ 19 ສະຫາຍ, ໃນພິທີຍັງໄດ້ປະກາດແຕ່ງຕັ້ງຂັ້ນພະແນກການ ໂດຍໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ຄຳໄພ ຈັນທະວົງ ເປັນຫົວໜ້າພະແນກແຜນການຮັບປະກັນເຕັກນິກ ກົມເສນາເຕັກນິກ, ແຕ່ງຕັ້ງ ສະຫາຍ ພັນຕີ ຂັນທະພອນ ເທບໄກສອນ ເປັນຮອງຫົວໜ້າພະແນກສັງລວມ ກົມເສນາເຕັກນິກ, ແຕ່ງຕັ້ງ ສະຫາຍ ພັນໂທ ຈັນທະຈອນ ໄພມະນີ ເປັນຫົວໜ້າພະແນກຄຸ້ມຄອງໂຮງງານ ກົມອຸດສາຫະກຳປ້ອງກັນຊາດ, ແຕ່ງຕັ້ງ ສະຫາຍ ຮ້ອຍເອກ ພຸດທະສິດ ສີຊານົນ ເປັນຮອງຫົວໜ້າພະແນກຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ກົມອຸດສາຫະກໍາປ້ອງກັນຊາດ, ພ້ອມທັງມອບໃບຍ້ອງຍໍຊ້ອມຮົບລາວ-ຈີນ ໂລ້ກຳບັງມິດຕະພາບ ປີ 2024 ຈໍານວນ 48 ສະຫາຍ ຢ່າງສົມກຽດ.
ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ແຕ່ລະສະຫາຍສາມາດຍາດມາໄດ້ ພ້ອມທັງເນັ້ນໃຫ້ສືບຕໍ່ສຶກສາອົບຮົມການເມືອງແນວຄິດໂດຍສະເພາະແມ່ນການຝຶກຝົນຫຼໍ່ຫຼອມຄຸນທາດທາງດ້ານການເມືອງ, ຮູ້ຈໍາແນກມິດ ແລະ ສັດຕູ, ມີສະຕິເປັນເຈົ້າຕົນເອງ, ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ກໍາແໜ້ນກົດລະບຽບຂອງກົມກອງ ເປັນເຈົ້າການໃນການປະຕິບັດຕາມຄໍາສັ່ງຂອງຂັ້ນເທິງ, ເອົາໃຈໃສ່ເຕົ້າໂຮມສ້າງຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ເພີ່ມທະວີຄວາມຮັບຜິດຊອບທາງດ້ານການເມືອງຂອງຕົນໃຫ້ສູງຂຶ້ນ. ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານໂດຍສະເພາະແມ່ນຄວາມຮູ້, ຄວາມສາມາດດ້ານວິຊາສະເພາະ. ປັບປຸງແບບແຜນວິທີການເຮັດວຽກໃຫ້ໄດ້ຜົນຕາມຄາດໝາຍ, ປັບປຸງຊີວິດການເປັນຢູ່ຂອງຕົນເອງໃຫ້ດີຂຶ້ນ. ເອົາໃຈໃສ່ເປັນແບບຢ່າງທີ່ດີທາງດ້ານແນວຄິດ ແລະ ການກະທໍາໃຫ້ແກ່ພະນັກງານຮຸ່ນຫຼັງ ພ້ອມກັນສືບຕໍ່ພັດທະນາຕົນເອງໃຫ້ກ້າວຂຶ້ນເລື້ອຍໆ.
ໂດຍ: ອານຸສອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















