ອາຊຽນພ້ອມກັນເພີ່ມທະວີການຮ່ວມມື ດ້ານວັດທະນະທຳ ແລະ ສິລະປະ
ເວລາອອກຂ່າວ: 2024-10-29 11:23:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2993 | ຄວາມນິຍົມ: ![]()
ກອງປະຊຸມລັດຖະມົນຕີວັດທະນະທຳ ແລະ ສິລະປະອາຊຽນ (AMCA) ຄັ້ງທີ 11 ແລະ ບັນດາກອງປະຊຸມປີ່ນອ້ອມທີ່ກ່ຽວຂ້ອງກັບບັນດາຄູ່ເຈລະຈາອາຊຽນ ໄດ້ຈັດຂຶ້ນຢ່າງເປັນທາງການພາຍໃຕ້ຫົວຂໍ້: ເຊື່ອມສານວັດທະນະທຳ, ສ້າງອານາຄົດ: ຄວາມຫຼາກຫຼາຍທີ່ເປັນໜຶ່ງດຽວ (Bridging Cultures, Building Futures: Unity in Diversity) ໃນລະຫວ່າງວັນທີ 21-26 ຕຸລາ 2024 ທີ່ ເມືອງມໍລະດົກໂລກມາລະກາ, ມາເລເຊຍ. ພາຍໃຕ້ການເປັນປະທານຂອງ ທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ, ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ອາວຸໂສດ້ານວັດທະນະທໍາ ແລະ ສິລະປະ ຈາກບັນດາປະເທດອາຊຽນ, ປະເທດຕີມໍແລັສ໌ເຕ, ເລຂາທິການໃຫຍ່ອາຊຽນ ແລະ ຜູ້ຕາງໜ້າຈາກປະເທດບວກສາມ ເຊັ່ນ: ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເຂົ້າຮ່ວມຢ່າງພ້ອມພຽງ, ສ່ວນຄະນະຜູ້ແທນຂອງ ສປປ ລາວ ແມ່ນນຳໂດຍ ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.
ສປປ ລາວ ໄດ້ມອບໜ້າທີ່ການເປັນປະທານຢ່າງເປັນທາງການໃຫ້ແກ່ມາເລເຊຍ ພາຍຫຼັງສໍາເລັດປະຕິບັດໜ້າທີ່ເປັນປະທານ 2022-2024 ພາຍໃຕ້ຄໍາຂວັນ: “ສົ່ງເສີມບົດບາດຂອງວັດທະນະທໍາ ແລະ ສິລະປະອາຊຽນ ຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອການພັດທະນາແບບຍືນຍົງ” ເລີ່ມແຕ່ວັນທີ 27 ຕຸລາ 2022 ເປັນຕົ້ນມາຈົນເຖິງວັນທີ 24 ຕຸລາ 2024 ເປັນເວລາ 2 ປີ. ເຊິ່ງນັບຈາກນີ້ ມາເລເຊຍຈະດໍາເນີນການເປັນປະທານຈົນຮອດ 2026. ກອງປະຊຸມໄດ້ຮັບຮູ້ຮ່ວມກັນຢ່າງເປັນເອກະພາບວ່າ ອາຊຽນມີວັດທະນະທໍາສິລະປະທີ່ອຸດົມສົມບູນ ແລະ ຫຼາກຫຼາຍ, ມີຫຼາຍຢ່າງທີ່ຄ້າຍຄືກັນ ແຕ່ກໍ່ມີເອກະລັກສະເພາະຂອງໃຜລາວ ປະກອບສ່ວນຢ່າງສໍາຄັນເຂົ້າໃນການເຕົ້າໂຮມຄວາມສາມັກຄີ, ສ້າງຄວາມປອງດອງ ແລະ ເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ຕະຫຼອດຮອດການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນຢ່າງແຂງແຮງ, ກອງປະຊຸມໄດ້ທີ່ພ້ອມກັນປຶກສາຫາລືບັນຫາສໍາຄັນຕ່າງໆ ແລະ ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຍຸດທະສາດວັດທະນະທໍາ ແລະ ສິລະປະ 2016-2025 ຢ່າງຖີ່ຖ້ວນ ລວມທັງການແລກປ່ຽນຄໍາຄິດຄໍາເຫັນໃນການເພີ່ມທະວີການເຊື່ອມສານສິລະປະວັດທະນະທໍາອັນດີງາມຂອງອາຊຽນ ເພື່ອຊຸກຍູ້ສົ່ງເສີມວິໄສທັດອາຊຽນ ຫຼັງ 2025 ໃຫ້ມີຄວາມເຂັ້ມແຂງ ແລະ ເປັນຮູບປະທໍາຍິ່ງຂຶ້ນ.
ທ່ານ ນາງ ດາລານີ ພົມມະວົງສາ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ລາຍງານໝາກຜົນໄລຍະການເປັນປະທານຂອງ ສປປ ລາວ 2022-2024 ໃຫ້ກອງປະຊຸມຮັບຊາບ ໂດຍໄດ້ຍົກໃຫ້ເຫັນບາງຜົນສໍາເລັດທີ່ພົ້ນເດັ່ນທີ່ອາຊຽນໄດ້ພ້ອມກັນຈັດຕັ້ງປະຕິບັດໃນຂົງເຂດວຽກງານວັດທະນະທຳ ແລະ ສິລະປະດັ່ງນີ້: ການຮອງຮັບຖະແຫຼງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ ເຊິ່ງເປັນວຽກໜຶ່ງທີ່ສຳຄັນໃນໄລຍະ ສປປ ລາວ ເປັນປະທານອາຊຽນ. ການຈັດຕັ້ງຜັນຂະຫຍາຍແຜນຍຸດທະສາດວັດທະນະທຳ ແລະ ສິລະປະອາຊຽນ ສົກປີ 2016-2025 ເຊິ່ງເຫັນວ່າ ສຳເລັດການຈັດຕັ້ງປະຕິບັດ 81 ກິດຈະກໍາ ຈາກທັງໝົດ 118 ກິດຈະກໍາທີ່ນອນຢູ່ໃນແຜນ.
ທ່ານ ຮອງລັດຖະມົນຕີ ໄດ້ໃຫ້ຮູ້ຕື່ມວ່າ: ການຮັບຮອງເອົາຖະແຫຼງການວັງວຽງ ວ່າດ້ວຍການສົ່ງເສີມຜະລິດຕະພັນວັດທະນະທຳຂະໜາດນ້ອຍ ແລະ ຂະໜາດກາງ ຄຽງຄູ່ກັບການເຕີບໂຕສີຂຽວ ແລະ ການພັດທະນາແບບຍືນຍົງ ໂດຍຜູ້ນຳອາຊຽນໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ນັ້ນ, ຖືເປັນນະໂຍບາຍທີ່ສໍາຄັນອັນໜຶ່ງ ທີ່ອາຊຽນຕ້ອງພ້ອມກັນນໍາໄປຈັດຕັ້ງຜັນຂະຫຍາຍ ແນໃສ່ປະກອບສ່ວນຊຸກຍູ້ສົ່ງເສີມຜູ້ປະກອບການ ກໍ່ຄືບັນດາຫົວໜ່ວຍທຸລະກິດທີ່ຕິດພັນກັບສິລະປະ ແລະ ວັດທະນະທໍາໃຫ້ມີລັກສະນະກວມລວມ ແລະ ຍືນຍົງໃນຕໍ່ໜ້າ.
ພາບ-ຂ່າວ: ກອງເລຂາ ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນລາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















