ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ກມທ ປະກາດປະດັບທຽບຊັ້ນ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະສາຍລັດ
ເວລາອອກຂ່າວ: 2024-10-29 11:47:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3386 | ຄວາມນິຍົມ:



ວັນທີ 29 ຕຸລາ 2024 ນີ້, ກົມໃຫຍ່ການເມືອງກອງທັບ (ກມທ) ໄດ້ຈັດພິທີປະກາດປະດັບທຽບຊັ້ນ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະສາຍລັດ ຢູ່ກົມໃຫຍ່ການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ແພງສີ ເສັງວິໄຊ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ, ກົມ, ກອງ ແລະ ພະນັກງານທີ່ໄດ້ຮັບການປະດັບຊັ້ນໃໝ່ ເຂົ້າຮ່ວມ. ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບທຽບຊັ້ນ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະສາຍລັດ, ເຊິ່ງໃນນັ້ນຕົກລົງປະດັບທຽບຊັ້ນຮ້ອຍໂທ 32 ສະຫາຍ ແລະ ຮ້ອຍຕີ 1 ສະຫາຍ. ສະຫາຍ ພັນເອກ ແພງສີ ເສັງວິໄຊ ໄດ້ເນັ້ນໃຫ້ນາຍທະຫານທີ່ໄດ້ຮັບການປະດັບທຽບຊັ້ນໃໝ່ໃນຄັ້ງນີ້, ພ້ອມກັນ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ, ພາຍຫຼັງສະຫາຍທີ່ໄດ້ຮັບການປະດັບຊັ້ນໃໝ່ກັບຄືນກົມກອງຈົ່ງສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ສຳເລັດດີກວ່າເກົ່າ ພ້ອມກັນກໍ່ສ້າງກອງທັບໃຫ້ກ້າວຂຶ້ນເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ. ໂດຍ:ຈອນນີ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ