ປະຖະກະຖາ ວັນກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຄົບຮອບ 75 ປີ
ເວລາອອກຂ່າວ: 2024-10-29 15:13:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2806 | ຄວາມນິຍົມ: ![]()
ໃນວັນທີ 29 ຕຸລາ 2024 ນີ້, ກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ປາຖະກະຖາວັນກໍາລັງອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ໃນພາລະກິດການປະຕິວັດຂອງປະຊາຊົນລາວບັນດາເຜົ່າ ຄົບຮອບ 75 ປີ (30/10/1949-30/10/2024). ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຫຼວງນໍ້າທາ, ມີຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ອົງການ 5 ຫ້ອງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມຮັບຟັງ.
ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ໄດ້ຍົກໃຫ້ເຫັນຕະຫຼອດໄລຍະຫຼາຍສິບປີຜ່ານມາໃນການດໍາເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ ເຂົ້າມາຮຸກຮານປະຊາຊົນລາວເຮົາ, ບັນດາກອງກຳລັງອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ເຊິ່ງເປັນພາກສ່ວນໜຶ່ງຂອງກອງທັບປະຊາຊົນຫວຽດນາມວິລະຊົນ ໄດ້ຄຽງບ່າຄຽງໄຫຼ່ສູ້ຮົບພ້ອມກັບກອງທັບ ແລະ ປະຊາຊົນລາວເຮົາ, ຜ່ານຜ່າບັນດາຄວາມຫຍຸ້ງຍາກ, ສຳເລັດໜ້າທີ່ຢ່າງສະຫງ່າລາສີ ເຊິ່ງແມ່ນພັກ ແລະ ປະຊາຊົນຫວຽດນາມມອບໝາຍໃຫ້, ປະກອບສ່ວນອັນຍິ່ງໃຫຍ່ເຂົ້າໃນໄຊຊະນະລວມຂອງການປະຕິວັດ, ນໍາເອົາ 2 ປະເທດຊາດລາວ-ຫວຽດນາມ ອ້າຍນ້ອງກັບຄືນສູ່ຄວາມເປັນເອກະລາດຢ່າງຮອບດ້ານ; ຜົນງານອັນໃຫຍ່ຫຼວງເຫຼົ່ານັ້ນ, ບັນດາກຳລັງອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຍາມໃດກໍ່ໄດ້ຢຶດໝັ້ນ ແລະ ເຊື່ອມຊຶມຢ່າງເລິກເຊິ່ງ ຕໍ່ກັບທັດສະນະແຫ່ງຄວາມສາມັກຄີສາກົນ ອັນບໍລິສຸດຜຸດຜ່ອງຂອງພັກຄອມມູນິດຫວຽດນາມ ເຊິ່ງປະທານ ໂຮ່ຈີມິນ ທີ່ເຄົາລົບຮັກໄດ້ເວົ້າວ່າ: ຊ່ວຍປະຊາຊົນປະເທດເພື່ອນບ້ານແມ່ນການຊ່ວຍຕົນເອງ "ຖືການຕໍ່ສູ້ເພື່ອອິດສະຫຼະພາບ ເອກະລາດຂອງປະຊາຊົນບັນດາເຜົ່າລາວ ຄືກັບການຕໍ່ສູ້ເພື່ອອິດສະຫຼະພາບເອກະລາດຂອງປະຊາຊົນຫວຽດນາມ, ຍ້ອນແນວນັ້ນ ຕະຫຼອດວິວັດແຫ່ງການ ຕໍ່ສູ້ກໍ່ສ້າງ ແລະ ເຕີບໃຫຍ່ຂອງກຳລັງອາສາສະໝັກ ແລະ ຊ່ຽວຊານການທະຫານຫວຽດນາມ ຈິ່ງໄດ້ຮັບຄວາມເຊື່ອໝັ້ນ, ຮັກແພງ, ຊ່ວຍເຫຼືອຄືກັບອ້າຍນ້ອງຮ່ວມອຸທອນຈາກກອງທັບ ແລະ ປະຊາຊົນລາວດ້ວຍຄວາມຜູກພັນທີ່ວ່າ: “ ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ແບ່ງປັນກັນ ".
ທັງນີ້, ກໍ່ເພື່ອເປັນການສືບຕໍ່ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບພິເສດ ລາວ-ຫວຽດນາມ ໃນທົ່ວພັກ, ທົ່ວລັດ, ກອງທັບ ແລະ ປະຊາຊົນລາວບັນດາເຜົ່າຮັບຮູ້ເຊື່ອມຊຶມເຫັນໄດ້ຄວາມໝາຍ ຄວາມສໍາຄັນ, ຜົນງານ ແລະ ໄຊຊະນະການຊ່ວຍເຫຼືອອັນໃຫຍ່ຫຼວງລໍ້າຄ່າຂອງກອງທັບ ແລະ ປະຊາຊົນອ້າຍນ້ອງບົນຈິດໃຈສາກົນກຳມະຊີບອັນຜ່ອງໃສ.
ໂດຍ: ແສງທອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















