ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ປະກາດເລື່ອນຊັ້ນ ໃຫ້ນາຍທະຫານຢູ່ ກອງພົນທີ 4
ເວລາອອກຂ່າວ: 2024-11-27 13:55:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3375 | ຄວາມນິຍົມ:



ວັນທີ 20 ພະຈິກ 2024 ນີ້, ກອງພົນທີ 4 ໄດ້ຈັດພິທີປະກາດຊັ້ນໃຫ້ນາຍທະຫານ ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາກອງພົນ, ຄະນະຫ້ອງ, ອົງການ 5 ຫ້ອງ, ພະແນກການ, ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ແສງທອງ ສີທະວົງ ຫົວໜ້າພະແນກ ພະນັກງານກອງພົນ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍການເລື່ອນຊັ້ນ, ທຽບຊັ້ນ, ໃຫ້ນາຍທະຫານຢູ່ກອງພົນທີ 4, ອີງຕາມ ກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ. ອີງຕາມການຄົ້ນຄວ້າ ແລະ ການນຳສະເໜີຂອງກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕົກລົງເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍເອກ ຂຶ້ນ ພັນຕີ 53 ສະຫາຍ, ເລື່ີອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍໂທ ຂຶ້ນ ຮ້ອຍເອກ 85 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 77 ສະຫາຍ, ເລື່ອນຊັ້ນ, ເລື່ອນທຽບຊັ້ນ ວາທີ ຂຶ້ນ ຮ້ອຍຕີ 112 ສະຫາຍ, ປະດັບທຽບຊັ້ນນັກຮຽນທີ່ຈົບຈາກສາຍລັດ 33 ສະຫາຍ, ໃນນີ້ ທຽບຊັ້ນ ຮ້ອຍໂທ 31 ສະຫາຍ, ທຽບຊັ້ນ ຮ້ອຍຕີ 2 ສະຫາຍ, ພ້ອມດຽວກັນນີ້ ສະຫາຍ ພັນໂທ ໄຊບັນດິດ ນວນຈັນ ຫົວໜ້າພະແນກກຳລັງພົນ ກອງພົນ ໄດ້ຜ່ານຂໍ້ຕົກລົງຂອງກອງພົນ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍສິບ, ໃນນີ້ ຕົກລົງ ເລື່ອນຊັ້ນ ສິບໂທ ຂຶ້ນ ສິບເອກ ຈຳນວນ 17 ສະຫາຍ, ເລື່ອນຊັ້ນ ສິບຕີ ຂຶ້ນ ສິບໂທ ຈຳນວນ 30 ສະຫາຍ. ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານຂອງທຸກສະຫາຍທີ່ໄດ້ປະຕິບັດໃນໄລຍະຜ່ານມາ ທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ວຽກງານຂອງຕົນ ພ້ອມທັງເນັ້ນໜັກໃຫ້ທຸກສະຫາຍ ທີ່ໄດ້ຮັບຊັ້ນໃໝ່ໃນຄັ້ງນີ້ ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່, ເອົາໃຈໃສ່ປະຕິບັດແນວທາງນະໂຍບາຍຂອງພັກ ກົດໝາຍຂອງລັດ, ຂໍ້ກຳນົດ ກົດລະບຽບຂອງກອງທັບໃຫ້ເຂັ້ມງວດ, ສືບຕໍ່ຮັກສາຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງເຮັດວຽກຢ່າງມີແບບແຜນ ແລະ ເປັນແບບຢ່າງນຳໜ້າໃນທຸກຂະບວນການ ເພື່ອປະກອບສ່ວນສ້າງຜົນງານໃນທຸກດ້ານຂອງກົມກອງໃຫ້ຫຼາຍຂຶ້ນ. ຂ່າວ: ຮທ ໂພຄຳ ພອນປະເສິດ ກອງພົນທີ4 ພາບ: ຮທ ບົວຄຳ ທອງລັດສະໝີ ກອງພົນທີ 4



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ