ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ເປີດຊຸດເຝິກອົບຮົມໃຫ້ວິຊາການຮັບປະກັນເຕັກນິກ, ການນໍາໃຊ້, ບໍາລຸງຮັກສາລົດຕັງ ແລະ ລົດຫຸ້ມເກາະ
ເວລາອອກຂ່າວ: 2024-11-27 14:49:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3757 | ຄວາມນິຍົມ:



ໃນວັນທີ 27 ພະຈິກ 2024 ນີ້, ຢູ່ທີ່ສະໂມສອນ ກອງພັນໃຫຍ່ 661, ກົມລົດຕັງ- ຍານເກາະ, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຊຸດເຝິກອົບຮົມໃຫ້ວິຊາການຮັບປະກັນເຕັກນິກ, ການນໍາໃຊ້ ແລະ ການບຳລຸງຮັກສາລົດຕັງ T-72 БМС, ລົດຫຸ້ມເກາະ БРДМ-2 МС, БТР-70 MC ໄລຍະສັ້ນ 3 ເດືອນ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຕີ ຄາເຢັບ ຫົວໜ້າຫ້ອງການ ຜູ້ຕາງກະຊວງປ້ອງກັນປະເທດ ສະຫະພັນຣັດເຊຍ ປະຈໍາ ສປປ ລາວ, ມີຄະນະພັກ-ຄະນະບັນຊາກົມລົດຕັງ - ຍານເກາະ, ກອງພັນໃຫຍ່ 661, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນໂທ ກິນ້ອຍ ວາດສະໜາ ຫົວໜ້າພະແນກອົບຮົມ - ສູ້ຮົບ ກົມລົດຕັງ - ຍານເກາະ ໄດ້ຜ່ານແຜນການເຝິກອົບຮົມໄລຍະສັ້ນ 3 ເດືອນ, ເຊິ່ງມີຈຸດປະສົງເພື່ອ ເຊີນຊ່ຽວຊານ ຣັດເຊຍ ມາເຝິກອົບຮົມທາງດ້ານທິດສະດີ ແລະ ນໍາພາປະຕິບັດຕົວຈິງ ໃຫ້ພະນັກງານ ເຫຼົ່າຮົບລົດຕັງ - ຍານເກາະ ກອງທັບປະຊາຊົນລາວ ໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ວິທີການນໍາໃຊ້, ບຳລຸງຮັກສາ ພາຫະນະສູ້ຮົບ ຊະນິດໃໝ່ ຄື: ລົດຕັ້ງ T-72 БМС, ລົດຫຸ້ມເກາະ БРДМ-2 MC, ລົດ БТР-70 MC, ເພື່ອສ້າງພະນັກງານ - ນັກຮົບ ວິຊາສະເພາະດ້ານເຕັກນິກ ຮັບປະກັນ ໃນການນໍາໃຊ້ ສ້ອມແປງບໍາລຸງຮັກສາ ພາຫະນະສູ້ຮົບ ທີ່ນໍາເຂົ້າປະຈຳການໃໝ່ ໃຫ້ມີຄວາມຊຳນິຊຳນານ ສາມາດນໍາເອົາຄວາມຮູ້ຜ່ານການເຝິກອົບຮົມ ໄປຖ່າຍຖອດປະສົບການຕໍ່ ແລະ ແກ້ໄຂຊ້ອມແປງພາຫະນະເປ່ເພ ຢູ່ໃນກົມກອງເຫຼົ່າຮົບຂັ້ນຂອງຕົນເອງ, ການອົບຮົມໃນຄັ້ງນີ້ ມີນັກເຝິກອົບຮົມເຂົ້າຮ່ວມທັງໝົດ 45 ສະຫາຍ ທີ່ມາຈາກບັນດາກົມກອງເຫຼົ່າຮົບລົດຕັງ-ຍານເກາະ ແລະ ຈະໄດ້ຮຽນພາກທິດສະດີ 40 ວັນ, ພາກປະຕິບັດຕົວຈິງ 22 ວັນ, ລວມເວລາຮຽນ 372 ຊົ່ວໂມງ. ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບຕ້ອງພົວພັນສ້າງຄວາມສາມັກຄີ ລະຫວ່າງ ນັກເຝິກອົບຮົມ, ຄູ-ອາຈານ ແລະ ປະສານສົມທົບກັບເພື່ອນຣັດເຊຍ ປຶກສາຫາລືກະກຽມບົດຮຽນໃຫ້ລະອຽດໃນການຂຶ້ນຫ້ອງສິດສອນ, ສໍາລັບນັກເຝິກອົບຮົມ ຕ້ອງເອົາໃຈໃສ່ສຶກສາຄົ້ນຄວ້າເອົາບົດຮຽນນໍາຄູ-ອາຈານ ທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ຢູ່ກົມກອງຂອງຕົນໃຫ້ໄດ້ຮັບຜົນດີ, ພ້ອມກັນນັ້ນ ຕ້ອງເອົາໃຈໃສ່ປະຕິບັດຕາມໂມງເວລາໃນການຂຶ້ນຫ້ອງຮໍ່າຮຽນ ແລະ ບັນດາຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບວາງອອກຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ