ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ຄະນະພັກຮາກ​ຖານ​ ຫ້ອງການ​ບໍລິຫານ ທະຫານ​ແຂວງບໍ​ລິ​ຄຳ​ໄຊ ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2024-12-03 09:06:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 731 | ຄວາມນິຍົມ:



ໃນ​ວັນ​ທີ 26 ພະຈິກ 2024, ຄະນະພັກຮາກ​ຖານ ​​ຫ້ອງການ​ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ໄດ້​ມອບ​ໃບຢັ້ງຢືນ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2023 ໃຫ້ 3 ໜ່ວຍ​ພັກ ທີ່​ຂຶ້ນ​ກັບ​, ໂດຍ​ການ​ເປັນ​ປະທານ​ຂອງສະຫາຍ ພັນ​ໂທ ບຸນ​ຍັງ ລໍ​ສີມາ ເລຂາ​ຄະນະ​ພັກ​ຮາກ​ຖານ, ຫົວໜ້າ​ຫ້ອງການ​ບໍລິຫານ​ ກອງບັນຊາການທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ, ມີ​ຄະນະ​ພັກ​ຮາກ​ຖານ, ຄະນະ​ໜ່ວຍ​ພັກ ແລະ ບັນດາ​ສະມາຊິກ​ພັກ ເຂົ້າ​ຮ່ວມ. ໃນ​ພິທີ ໄດ້​ຮັບ​ຟັງ​ການ​ຜ່ານ​ຄຳ​ສັ່ງ​ ຂອງ​ຫ້ອງ​ເສນາ​ທິ​ການ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ ກ່ຽວ​ກັບ​ການ​ຍົກ​ສູງສະຕິ​ລະວັງ​ຕົວ​ກຽມພ້ອມ​ສູ້ຮົບ ແລະ ຄຳ​ສັ່ງ​ແນະນຳ ​ຂອງ​ທ່ານ​ເຈົ້າແຂວງ ແຂວງ​ບໍ​ລິ​ຄຳ​ໄຊ ກ່ຽວ​ກັບ​ການຈັດຕັ້ງ​ປະຕິບັດ​ກົດໝາຍ ວ່າ​ດ້ວຍ​ທະບຽນ​ສານ, ມະຕິ​ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ ຄັ້ງ​ທີ 14 ສະໄໝ​ທີ 5 ແລະ ຜ່ານ​ມະຕິ​ຕົກລົງ ເລກ​ທີ 151/​ຄປພຂ ວ່າ​ດ້ວຍ​ການ​ຮັບຮອງ​ເອົາ​ໜ່ວຍ​ພັກ ປອດ​ໃສ ເຂັ້ມແຂງ ໜັກ​ແໜ້ນ ປະຈຳ​ປີ 2023 ໃຫ້ 3 ໜ່ວຍ​ພັກຄື: ໜ່ວຍ​ພັກ ​ຄົ້ນ​ຄວ​​້າ​ສັງ​ລວມ, ໜ່ວຍ​ພັກ ​ວິທະຍາສາດ-ປະຫວັດສາດ ແລະ ໜ່ວຍ​ພັກ ​ບໍລິຫານ ​ຫ້ອງການ ທີ່​ຂຶ້ນ​ກັບ​ຮາກ​ການ​ພັກ​ຫ້ອງການ​ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ບໍ​ລິ​ຄຳ​ໄຊ. ໂດຍ: ນາງ ນ້ອຍ ບານ​ທະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ