ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ ແລະ ບູຮານ​ວິທະຍາ​ ເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ ຢູ່ ກົມ ​ວສ-​ປສ ການ​ທະຫານ
ເວລາອອກຂ່າວ: 2024-12-03 09:08:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 672 | ຄວາມນິຍົມ:



ໃນ​ວັນ​ທີ 27 ພະຈິກ 2024, ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ ແລະ ບູຮານ​ວິທະຍາ ສະ​ຖາ​ບັນ​ວິທະຍາສາດ​ເສດຖະກິດ ແລະ ສັງຄົມ​ແຫ່ງ​ຊາດ ນຳ​ໂດຍ​ທ່ານ ວົງ​ເດືອນ ລາຊະວົງ ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ ແລະ ບູຮານ​ວິທະຍາ ພ້ອມ​ດ້ວຍ​ທີມ​ງານ ໄດ້​ເຄື່ອນໄຫວ​ເກັບ​ກຳ​ຂໍ້​ມູນ​ຢູ່​ກົມ​ວິທະຍາສາດ-ປະຫວັດສາດ (​ວສ-​ປສ) ການ​ທະຫານ, ໂດຍ​ການ​ຕ້ອນຮັບ​ຂອງສະຫາຍ ພັນ​ເອກ ຄຳ​ໄຊ ສະ​ນີ​ແກ້ວ ຮອງ​ຫົວໜ້າ​ກົມ​ ວສ-ປສ ການ​ທະຫານ ພ້ອມ​ດ້ວຍ​ຄະນະ. ທ່ານ ວົງ​ເດືອນ ລາຊະວົງ ໃຫ້ຮູ້ວ່າ: ການເຄື່ອນໄຫວໃນ ຄັ້ງນີ້, ເພື່ອ​​ພົບ​ປະ​ແລກປ່ຽນ​ບົດຮຽນ ແລະ ເກັບ​ກຳ​ຂໍ້​ມູນ​ ຢູ່ ​ກົມ ​ວສ-​ປສ ການ​ທະຫານ ​ເພື່ອ​ນຳ​ເອົາ​ຂໍ້​ມູນ​​ປະກອບ​ໃສ່​ບົດ​ໂຄງການ​ຂຽນ​ປຶ້ມປະຫວັດ​ຄວາມ​ເປັນ​ມາ​ຂອງ​ບັນດາ​ຖ້ຳ​ຜູ້ນຳ​ຢູ່​ເມືອງ​ວຽງ​ໄຊ ແຂວງ​ຫົວພັນ. ສະຫາຍ ພັນ​ເອກ ຄຳ​ໄຊ ສະ​ນີ​ແກ້ວ ໄດ້​ມີຄໍາເຫັນໃຫ້​ທັງ​ສອງ​ພາກສ່ວນ ລະຫວ່າງ​ຫ້ອງ​ປະຫວັດສາດ-ວິທະຍາສາດ​ສັງຄົມ ແລະ ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ ແລະ ບູຮານ​ວິທະ ຍາ ປະສານ​ສົມທົບ​ກັນ, ຖ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ​ຕ້ອງການ​ຂໍ້​ມູນ​ໃດ ແມ່ນ​ມອບ​ໃຫ້​​ພາກສ່ວນ​ທີ່​ກ່ຽວຂ້ອງ ​ກໍ​ຄື ຫ້ອງ​ປະຫວັດສາດ-ວິທະຍາສາດ​ສັງຄົມ ຂອງ​ກົມ ​ວສ-​ປສ ການ​ທະຫານ ສະໜອງ​ຂໍ້​ມູນ​ໃຫ້​ຕື່ມ. ໂອກາດ​ນີ້, ສະຫາຍ ພັນ​ເອກ ຄຳ​ໄຊ ສະ​ນີ​ແກ້ວ ຍັງ​ໄດ້​ມອບ​ປຶ້ມ​ປະຫວັດສາດ​ຈຳນວນ​ໜຶ່ງ​ໃຫ້​ແກ່​​ສະ​ຖາ​ບັນ​ຄົ້ນຄວ້າ​ປະຫວັດສາດ ແລະ ບູຮານ​ວິທະຍາ ເພື່ອ​ເປັນ​ຂໍ້​ມູນ​ໃນ​ການ​ຄົ້ນຄວ້າ​ປະກອບ​ໃສ່​ບົດ​ໂຄງການ​ຂຽນ​ປຶ້ມ​ປະຫວັດສາດ​ດັ່ງກ່າວ​ໃຫ້​ມີ​ຄວາມ​ອຸດົມສົມບູນ ຕື່ມ​ອີກ. ໂດຍ: ນາງ ຈັນທະ​ພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ