ຄະນະພັກຮາກຖານ ຫ້ອງເສນາທິການ ທະຫານແຂວງບໍລິຄຳໄຊ ມອບ-ຮັບ ໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023
ເວລາອອກຂ່າວ: 2024-12-03 09:09:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 832 | ຄວາມນິຍົມ:
ວັນທີ 27 ພະຈິກ 2024 ນີ້, ຄະນະພັກຮາກຖານ ຫ້ອງເສນາທິການ ທະຫານແຂວງບໍລິຄຳໄຊ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໃຫ້ 4 ໜ່ວຍພັກທີ່ຂຶ້ນກັບ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ພິດາວັນ ພິມເຮືອງສີ ກໍາມະການຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ທະຫານແຂວງບໍລິຄຳໄຊ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ບັນດາສະມາຊິກພັກ ເຂົ້າຮ່ວມ.
ໃນພິທີໄດ້ຮັບຟັງການຜ່ານ ແຈ້ງການຂອງກອງບັນຊາການ ທະຫານແຂວງບໍລິຄຳໄຊ ເລກ ທີ 1025/ກບຊ ເລື່ອງການຈັດ ຕັ້ງປະຕິບັດຄຳແນະນຳຂອງ ທ່ານເຈົ້າແຂວງ ແຂວງບໍລິຄຳ ໄຊ ກ່ຽວກັບການຈັດຕັ້ງປະຕິ ບັດກົດໝາຍ ວ່າດ້ວຍທະບຽນສານ ແລະ ຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ໃຫ້ 4 ໜ່ວຍພັກຄື: ໜ່ວຍພັກອົບຮົມ, ໜ່ວຍພັກກົດລັບ, ໜ່ວຍພັກສູ້ຮົບ ແລະ ໜ່ວຍພັກບໍລິຫານທີ່ຂຶ້ນກັບຄະ ນະພັກຮາກຖານ ຫ້ອງເສນາທິການຢ່າງສົມກຽດ ໂດຍການກ່າວມອບຂອງ ສະຫາຍ ພັນເອກ ພິດາວັນ ພິມເຮືອງສີ.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ