ກອງພົນທີ 1 ມອບ-ຮັບ ໂຄງການກໍ່ສ້າງ-ສ້ອມແປງ ກາລາປືນ ກອງພັນ 162
ເວລາອອກຂ່າວ: 2024-12-03 09:10:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 604 | ຄວາມນິຍົມ:
ວັນທີ 26 ພະຈິກ 2024 ນີ້, ກອງພົນທີ 1 ໄດ້ຈັດພິທີ ມອບ-ຮັບ ໂຄງການກໍ່ສ້າງ-ສ້ອມແປງກາລາປືນ ກອງພັນ 162 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານ ກອງພົນທີ 1, ມີຄະນະຫ້ອງ, ອະນຸກຳມະການຊີ້ນຳ ແລະ ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ທະວີສຸກ ພິມມະວົງສາ ຮອງຫົວໜ້າຫ້ອງພະລາທິການ ກອງພົນທີ 1 ໄດ້ ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດໂຄງການກໍ່ສ້າງ-ສ້ອມແປງກາລາປືນ ກອງພັນ 162, ອີງຕາມການຕົກລົງ ຂອງຄະນະພັກ-ຄະນະບັນຊາກອງພົນທີ 1 ວ່າດ້ວຍການອະນຸມັດໂຄງການກໍ່ສ້າງ-ສ້ອມແປງກາລາປືນ ເຊິ່ງໂຄງການກໍ່ສ້າງ-ສ້ອມແປງກາລາປືນ ກອງພັນ 162 ມີຂະໜາດ 7,7x21 ແມັດ, ສູງ 3 ແມັດ ລວມມີ 6 ຫ້ອງ, ປະກອບມີ ກາລາປືນ 5 ຫ້ອງ, ສາງນ້ຳມັນເຊື້ອໄຟ 1 ຫ້ອງ, ໂຄງສ້າງເຮັດດ້ວຍເບຕົງເສີມດ້ວຍເຫຼັກ, ຝາກໍ່ດ້ວຍດິນບ໋ອກ, ມຸງດ້ວຍແຜ່ນອາລູຊິງ ລວມມູນຄ່າໃນການກໍ່ສ້າງທັງໝົດ 64 ລ້ານກວ່າກີບ ໂດຍນໍາໃຊ້ທຶນຂອງກອງພົນ 100%.
ໂດຍ: ຄຳພຸດ ພານຸວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ