ຫ້ອງການເມືອງ ທະຫານແຂວງໄຊຍະບູລີ ເປີດຊຸດອົບຮົມ-ຫັດແອບ ວິຊາລະບຽບງົດງາມ ແລະ ສິລະປະຍຸດປືນທະຫານຮາບ
ເວລາອອກຂ່າວ: 2024-12-03 09:11:53 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 801 | ຄວາມນິຍົມ:
ໃນວັນທີ 22 ພະຈິກ 2024 ນີ້, ຫ້ອງການເມືອງ ກອງບັນຊາ ການທະຫານແຂວງໄຊຍະບູລີ ໄດ້ເປີດຊຸດອົບຮົມ-ຫັດແອບວິ ຊາລະບຽບງົດງາມ ແລະ ສິລະ ປະຍຸດປືນທະຫານຮາບ ປະຈຳປີ 2024 ໂດຍການເປັນປະທານຂອງສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ, ຄູ-ອາ ຈານ ພ້ອມດ້ວຍພະນັກງານ-ນັກ ຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນລຳ ວັນນະຄອນ ຫົວໜ້າພະແນກບໍ ລິຫານສັງລວມ ຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊຍະບູລີ ໄດ້ຜ່ານແຜນການອົບຮົມ-ຫັດແອບ ເຊິ່ງປະກອບມີ ພາກວິຊາລະບຽບງົດງາມ ແລະ ພາກສິລະປະຢຸດປືນທະຫານຮາບ. ຈຸດປະສົງໃນການອົບຮົມຄັ້ງນີ້, ເພື່ອເປັນການສົນທະນາແລກປ່ຽນບົດຮຽນຂອງບັນດາພະນັກງານ-ນັກຮົບ ທີ່ເຂົ້າຮ່ວມອົບຮົມ, ເພື່ອເປັນການເອກະພາບຄືນບາງທິດສະດີຫຼັກການດ້ານລະບຽບງົດງາມ ແລະ ສິລະປະຍຸດປືນທະຫານຮາບ ທັງເປັນການຊຸກຍູ້ໃຫ້ບັນດາກົມກອງ ກໍຄືນາຍ ແລະ ພົນທະຫານຫັນເຂົ້າສູ່ລະບຽບແບບແຜນຂອງກອງທັບ ພ້ອມກັນຈັດຕັ້ງປະຕິບັດຂໍ້ກຳນົດຂອງກອງທັບໃຫ້ເປັນປົກກະຕິ ສ້າງໃຫ້ກົມກອງມີລະບຽບແບບ ແຜນທັນສະໄໝ ແນໃສ່ກໍ່ສ້າງ ພະນັກງານ-ນັກຮົບໃຫ້ມີຄວາມຮູ້ພື້ນຖານ ທັງເປັນການເຝິກຝົນຫຼໍ່ຫຼອມໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີລະບຽບວິໄນເຂັ້ມງວດ ກຳໄດ້ທິດສະດີ ແລະ ຫຼັກ ການແນວທາງປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ບັນດາ ຈັງຫວະສິລະປະຍຸດປືນທະຫານຮາບ ເພື່ອນຳໄປຈັດຕັ້ງປະຕີບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນໃຫ້ມີຄຸນນະພາບສູງ ໃນການກຽມພ້ອມເຮັດສຳເລັດໜ້າທີ່ການເມືອງຂອງຕົນທີ່ການຈັດຕັ້ງພັກ-ລັດ ມອບໝາຍໃຫ.້ ຊຸດອົບຮົມຄັ້ງນີ້ຈະດຳເນີນໄປເປັນເວລາ 7 ວັນ ຈຶ່ງຈະສຳເລັດ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ