ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ຄະນະ​ພະນັກງານ​ກຳມະບານ​ ກອງທັບ​ປະຊາຊົນ​ລາວ ສຳເລັດ​ການ​ເຝິກອົບຮົມ​ວຽກ​ງານ​ວິຊາ​ສະເພາະ ທີ່ ​ສສ ຫວຽດນາມ
ເວລາອອກຂ່າວ: 2024-12-03 09:13:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 985 | ຄວາມນິຍົມ:



ພິທີ​ປິດ​ຊຸດ​ອົບຮົມວຽກ ​ງານ​ກຳມະບານ​ໃຫ້​ແກ່​ພະນັກ ງານກຳມະບານກອງທັບ ປະ ຊາຊົນ​ລາວ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 27 ພະຈິກ 2024 ນີ້, ຢູ່ທີ່​ ສູນ 871 ກົມ​ໃຫຍ່​ການເມືອງ​ກອງທັບ​ປະຊາຊົນ​ຫວຽດນາມ ໂດຍ​ມີ ສະຫາຍ ພັນເອກ ພິເສດ ຫງວຽນ​ດິງ​ດຶກ ກໍາມະການຄະ ນະ​ບໍລິຫານ​ງານ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ, ຫົວໜ້າ​ພະ​ແນກ ກຳມະບານ​ປ້ອງກັນ​ ຊາດ​ ກອງທັບ​ປະຊາຊົນ​ຫວຽດ ນາມ, ມີ​ ສະຫາຍ ພັນ​ເອກ ພິເສດວູ໋​ກ ວັກ​ຮຸຍ ຮອງ​ຫົວໜ້າ​ສູນ 871, ມີ ສະຫາຍ ພັນ​ເອກ ບຸນຄ່ອງ ອຸດ​ທະ​ຈັນ​ດີ ຫົວໜ້າ​ຫ້ອງການ​ກຳມະບານ​ກອງທັບ, ຫົວໜ້າ​ຄະນະ​ພະນັກງານ​ກຳ ມະບານ​ກອງທັບ​ປະຊາຊົນລາວ ພ້ອມ​ດ້ວຍ​ພະນັກງານ ຄູ-​ອາ ຈານ, ນັກເຝິກອົບຮົມ ແລະ ພາກ ສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ພິເສດ ຫງວຽນ​ດິງ​ດຶກ ໄດ້​ສະຫຼຸບ​ຕີ​ລາຄາ​ຄືນ​ເຖິງ​ຜົນສຳເລັດ​ໃນ​ຫຼາຍ​ດ້ານ​ທີ່​ພົ້ນ​ເດັ່ນ ​ຂອງ​ຄະນະ​ຮັບ​ຊອບ​ການ​ເຝິກອົບຮົມ, ພະ ນັກງານຄູ-​ອາຈານ ແລະ ນັກ​ເຝິກອົບຮົມ​ທີ່​ສ້າງໄດ້ ໃນໄລ ຍະ 1 ເດືອນ​ທີ່​ຜ່ານ​ມາ ມີ​ຜົນ ສຳເລັດ​ຢ່າງ​ຈົບງາມ, ຜ່ານ​ການ ​ແລກປ່ຽນ​ບົດຮຽນ ​ເຊິ່ງ​ກັນ ແລະ ກັນ ເຮັດ​ໃຫ້​ນັກ​ເຝິກອົບຮົມ​ມີ​ຄວາມ​ຮັບ​ຮູ້ ແລະ ເຂົ້າໃຈ​ກ່ຽວ​ກັບ​ວຽກ​ງານ​ກຳມະບານ​ ໂດຍ​ສະເພາະ​​ວຽກ​ງານ​ປົກ​ປ້ອງ​ຄວາມ​ປອດ​ໄພ​ແຮ​ງງານ, ວຽກ​ງານ​ໂຄສະນາ​ສຶກ​ສາ​ອົບຮົມ​ໃຫ້​ແກ່​ສະມາຊິກ​ກຳມະບານ-ກຳມະກອນ, ວຽກ​ງານ​ຂະ​ບວນ​ການ​ກຳມະບານ, ວຽກ​ງານ​ການ​ເງິນ. ນອກຈາກ​ນີ້, ສູນ 871 ສົມທົບ​ກັບ​ພະ​ແນກ​ກຳມະບານ​ປ້ອງ​ກັນ​ຊາດ​ກອງທັບ​ປະຊາຊົນ​ຫວຽດນາມ​ໄດ້​ສ້າງ​ແຜນການ ແລະ ເອື້ອ​ອຳນວຍ​ຄວາມ​ສະດວກໃຫ້​ຄະ ນະ​ນັກ​ເຝິກອົບຮົມ​ໄດ້​ເຄື່ອນ​ໄຫວ​ຕາມ​ແຜນການ ເປັນຕົ້ນ​ແມ່ນ​ການເຄື່ອນ​ໄຫວ​ພົບ​ປະແລກ ປ່ຽນ​ບົດຮຽນ​ວຽກ​ງານ​ຕົວ​ຈິງ​ ຢູ່ບັນດາ​ກົມ​ກອງ ແລະ ​ທັດສະ ນະ​ສຶກ​ສາ​ຢູ່​ສະຖານທີ່​ສຳຄັນ​ ຕ່າງໆ. ສະຫາຍ ພັນ​ເອກ ບຸນ​ຄ່ອງ ອຸດ​ທະ​ຈັນ​ດີ ໄດ້ກ່າວ​ວ່າ: ໃນ​ຕະຫຼອດ​ໄລຍະ​ເວລາ​ຂອງ​ການ​ເຝິກອົບຮົມ​ ເຕັມ​ໄປ​ດ້ວຍ​ຄວາມ​ສາມັກຄີ​ຮັກແພງ​ອັນ​ດູດດື່ມ, ພະນັກງານ ຄູ​-ອາຈານ, ນັກ​ເຝິກ ອົບຮົມໄດ້​ແລກປ່ຽນ​ບົດຮຽນ, ປະສົບ​ການ​ກັບ​ຄູ​-ອາຈານ ກຳ​ໄດ້​ແໜ້ນ​ເຖິງ​ບັນ ດາ​ເນື້ອ​ໃນ​ບົດຮຽນ​ວຽກ​ງານ​ກຳມະບານ​ທີ່​ສຳຄັນ​ ເພື່ອ​ນຳໄປ​ໝູນ​ໃຊ້​ກັບ​ສະພາບ​ຕົວ​ຈິງ​ໃນ​ແຕ່​ລະ​ກົມ​ກອງ. ຈາກ​ນັ້ນ, ​ໄດ້​ມອບ​ໃບຢັ້ງຢືນ​ໃຫ້​ພະນັກງານ​ນັກ​ເຝິກອົບຮົມ​ວຽກ​ງານ​ກຳມະບານ ຈໍານວນ 20 ສະຫາຍ ແລະ ຄະນະ​ນັກ​ເຝິກອົບຮົມ​ໄດ້​ມອບ​ຂອງ​ທີ່​ລະນຶກ​ໃຫ້ສູນ 871 ເພື່ອ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຮັກແພງ ເຊິ່ງ​ກັນ ແລະ ກັນ​ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໂດຍ: ບ່າວ​ກອງທັບ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ