ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 22 ມັງກອນ 2025

  

ກອງ​ປະຊຸມ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ລະຫວ່າງ 4 ຝ່າຍ (ຈີນ-ລາວ-ມ້ຽນ​ມາ-ໄທ)
ເວລາອອກຂ່າວ: 2024-12-03 09:14:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 562 | ຄວາມນິຍົມ:



ໃນ​ວັນ​ທີ 20 ພະຈິກ 2024 ນີ້, ຢູ່​ທີ່​ໂຮງແຮມໝອນທອງ ເມືອງ​ຫ້ວຍ​ຊາຍ ແຂວງ​ບໍ່ແກ້ວ ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ແລກ ປ່ຽນ​ຂໍ້​ມູນ​ຂ່າວສານ​ໃນ​ການ​ຮ່ວມ​ມື​ປະຕິບັດ​ກົດໝາຍ ແລະ ການ​ລາດຕະເວນ​ຮ່ວມ​ຕາມ​ລຳ​ແມ່ນໍ້າ​ຂອງ-ແມ່ນໍ້າ​ລ້ານ​ຊ້າງ​ ເຊິ່ງ​ຄະນະ​ຜູ້​ແທນ​​ຝ່າຍ​ລາວ ​ນຳ​ໂດຍ ພົນ​ຈັດຕະວາ ບຸນ​ມີ ພາມີ​ໄຊ ຫົວໜ້າ​ການເມືອງ​ກອງ​ບັນ ຊາ​ການ​ທະຫານ​ແຂວງ​ບໍ່​ແກ້ວ, ຝ່າຍຈີນນຳ​ໂດຍ ພົນ​ໂທ ຢວນ​ຢາ​ພິງ ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດ​ລາດຕະເວນ​ທາງນໍ້າ ແຂວງຢູນ​ນານ ​ສປ ຈີນ, ຝ່າຍ​ມຽນ​ມາ ​ນຳ​ໂດຍ ພັນ​ໂທ ອອງ​ຈົງ​ມອງ ຫົວໜ້າ​ກອງ​ບັນຊາ​ການ​ຕຳຫຼວດບ້ານ​ປຸງ ເມືອງ​ທ່າ​ຂີ້ເຫຼັກ ປະເທດ​ມຽນ​ມາ, ຝ່າຍ​ໄທ​ນຳ ​ໂດຍ ພັນ​ເອກ ພານຸ​ວັດ ຮອງ​ຫົວໜ້າ​ກອງ​ກົມ​ກົດໝາຍ​ຕຳຫຼວດ​ພູທອນ​ພາກ 5 ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ 4 ຝ່າຍ​ເຂົ້າ​ຮ່ວມ. ກອງ​ປະຊຸມ​ໄດ້​ທົບ​ທວນຄືນ​ສະພາບ​ການ​ຮ່ວມ​ມື​ໃນ​ການ​ປົກ​ປັກ​ຮັກສາ​ຊາຍ​ແດນ ໃນ​ໄລຍະ​ຜ່ານ​ມາ ເປັນຕົ້ນ​ແມ່ນ​ການຮ່ວມ​ ມື​​ໃນ​ການ​ປະຕິບັດ​ສັນຍາ ​ວ່າ ດ້ວຍ​ການ​ລາດຕະເວນ​ຮ່ວມທາງ ນໍ້າ, ການ​ແກ້​ໄຂ​ບັນຫາ​ສະພາບ​ຂ້າມ​ແດນ​ຜິດ​ກົດໝາຍ, ຄ້າຂາຍ ​ເຖື່ອນ, ຄ້າຂາຍ​ຢາ​ເສບຕິດຕາມ​ ຊາຍ​ແດນ ນອກ​ນັ້ນ, ກອງ​ປະ ຊຸມຍັງ​ໄດ້​ທົບ​ທວນຄືນ ແລະ ຍົກ​ໃຫ້​ເຫັນ​ວຽກ​ງານການ​ປະ ສານ​ສົມທົບ​ ລະຫວ່າງ 4 ຝ່າຍ (ຈີນ-ລາວ-ມຽນ​ມາ-ໄທ) ທີ່​​ມີ​ການ​ພົວພັນ​ປະສານ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ການປະ ຕິບັດ​ກົດໝາຍ​ລາດຕະເວນຮ່ວມ​ ກັນ​ ເພື່ອ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຕາມ​ລຳ​ແມ່ນໍ້າ​ຂອງ ຂອງ 4 ປະເທດ, ການ​ພົວພັນ​ຮ່ວມ​ມື​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ບົນ​ພື້ນຖານ​ຈິດໃຈ​ສາມັກຄີ, ມິດ ຕະພາບ ແລະ ການ​ຮ່ວມ​ມື. ພ້ອມ​ນັ້ນ, ກອງ​ປະຊຸມ​ໄດ້​ເອກະ​ພາບ​ກ່ຽວ​ກັບ​ທິດ​ທາງ​ແຜນການ​ທີ່​ສອງ​ຝ່າຍ​ຈະໄດ້​ສືບຕໍ່​ຮ່ວມ​ມື​ກັນ​ໃນຕໍ່ໜ້າ ​ເປັນຕົ້ນ​ແມ່ນ​ການ​ກຽມ​ຄວາມ​ພ້ອມ​ໃນ​ການ​ລາດຕະເວນ​ຮ່ວມກັນ​ ຄັ້ງ​ທີ 148 ທີ່​ຈະ​ມາ​ເຖິງນີ້ ແລະ ການ​ຍົກ​ລະດັບ​ການ​ພົວພັນ​ຮ່ວມ​ມື​ປະສານ​ສົມທົບ​ລະຫວ່າງ​ກຳ ລັງ​ປ້ອງ​ກັນ​ຊາຍ​ແດນ​ຂອງ 4 ປະເທດ​ໃຫ້​ນັບ​ມື້​ກ້າວ​ເຂົ້າ​ສູ່​ລວງ​ເລິກ ​ເພື່ອພ້ອມ​ກັນ​ເຮັດ​ສຳເລັດ​ໜ້າທີ່ ພ້ອມ​ກັນ​ສ້າງ​ຊາຍ​ແດນໃຫ້​ເປັນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ ແລະ ຮ່ວມ​ມື​ພັດທະນາ​ຮອບດ້ານ. ຈາກນັ້ນ, ຄະນະ​ຜູ້​ແທນ​ແຕ່ ລະຝ່າຍ​ຍັງ​ໄດ້​ຜັດປ່ຽນ​ກັນມອບ​ຂອງ​ຂວັນ​ທີ່​ລະນຶກ​ໃຫ້​ເຊິ່ງ​ກັນ ແລະ ກັນ​ ຕື່ມອີກ. ໂດຍ: ພາກ ສຸທິ​ປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ