ບົດບາດ ຂອງກອງທຶນສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄຳໄຊ ນັບມື້ພົ້ນເດັ່ນ
ເວລາອອກຂ່າວ: 2024-12-03 09:16:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 944 | ຄວາມນິຍົມ:
ສະຫາຍ ພັນໂທ ນາງ ດວງມາລາ ຈັນທະລາ ຮອງຫົວ ໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ໃຫ້ຮູ້ວ່າ: ວຽກງານກອງທຶນແມ່ນວຽກງານ ໜຶ່ງທີ່ສຳຄັນ ເຊິ່ງຕິດພັນກັບວຽກງານຂະບວນການ 3 ດີ ຂອງສະຫະພັນແມ່ຍິງ ແລະ ນອນຢູ່ໃນແຜນພັດທະນາແມ່ຍິງ ກອງບັນຊາການທະຫານແຂວງ 5 ປີ (2021-2025) ໂດຍຈັດຕັ້ງຜັນຂະຫຍາຍ 8 ແຜນງານ 34 ໂຄງການຂອງສູນກາງສະຫະພັນແມ່ຍິງລາວ ແລະ ແຜນພັດທະນາສະຫະພັນແມ່ຍິງແຂວງ ມາເປັນແຜນພັດທະນາແມ່ຍິງຂັ້ນຂອງຕົນ ເພື່ອແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ສາມາດກຸ້ມຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງດີຂຶ້ນເລື້ອຍໆ. ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຂອງພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄຳໄຊ ປະກອບມີຄະນະຮັບຜິດຊອບ ແລະ ອະນຸກຳມະການ 17 ສະ ຫາຍ ໃນໄລຍະຜ່ານມາ, ຄະນະ ຮັບຜິດຊອບກອງທຶນ ໄດ້ເອົາໃຈ ໃສ່ບໍລິຫານກອງທຶນດ້ວຍຄວາມໂປ່ງໃສ, ຍຸຕິທຳ, ໄດ້ສຶກສາອົບຮົມໃຫ້ສະມາຊິກກອງທຶນ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທຶນຢ່າງເຂັ້ມງວດ ເຮັດໃຫ້ກອງທຶນນັບມື້ເຕີບໃຫຍ່ຂະຫຍາຍຕົວ ເຊິ່ງໄດ້ນຳເອົາຜົນປະໂຫຍດມາສູ່ສະມາຊິກກອງທຶນ ເປັນຕົ້ນແມ່ນ ສະມາຊິກກອງທຶນໄດ້ກູ້ຢືມໃນອັດຕາດອກເບ້ຍຕ່ຳ ເພື່ອນຳໄປປັບປຸງຊີວິດການເປັນຢູ່ຂອງຄອບຄົວ, ໄປເປັນທຶນການສຶກສາໃຫ້ລູກຫຼານ, ໄປປຸກສ້າງທີ່ຢູ່ອາໄສ, ສ້າງເສດຖະກິດຄອບຄົວ ແລະ ອື່ນໆ ເຮັດໃຫ້ຊີວິດການເປັນຢູ່ສະມາຊິກກອງທຶນ ກໍຄືຂອງພະນັກງານ-ນັກຮົບ ນັບມື້ດີຂຶ້ນເທື່ອລະກ້າວ. ປັດຈຸບັນ, ກອງທຶນດັ່ງກ່າວ ມີສະມາຊິກທັງໝົດ 2.452 ສະຫາຍ, ເພດຍິງ 1.299 ສະຫາຍ, ໃນສົກ 2023-2024 ສະມາຊິກກອງທຶນຝາກເພີ່ມຂຶ້ນ 121 ສະຫາຍ, ມີເງິນຝາກທັງໝົດ 4.037.163.000 ກີບ ແລະ ໄດ້ຮັບດອກເບ້ຍຈາກການປ່ອຍກູ້ຈຳນວນ 492.952.404 ກີບ.
ຂໍ້ມູນດັ່ງກ່າວ ຖືກເປີດເຜີຍໃນໂອກາດທີ່ພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານ ແຂວງບໍລິຄຳໄຊ ສະຫຼຸບການ ເຄື່ອນໄຫວວຽກງານກອງທຶນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ປະ ຈຳສົກ 2023-2024 ຈັດຂຶ້ນໃນບໍ່ດົນຜ່ານມາ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະ ຫານແຂວງບໍລິຄຳໄຊ, ມີ ສະຫາຍ ພັນໂທ ນາງ ຄຳຜາຍ ຈັນທະປັນ ຍາ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງ ແລະ ຄະນະຮັບຜິດຊອບກອງທຶນ ເຂົ້າຮ່ວມ.
ໂດຍ: ນາງ ນ້ອຍ ບານທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ