ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ມັງກອນ 2025

  

ກອງພັນ 564 ສຳເລັດ​ການ​ຫັດ​ແອບ​ ຍິງ​ລູກປືນ​ແທ້
ເວລາອອກຂ່າວ: 2024-12-03 09:18:39 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 647 | ຄວາມນິຍົມ:



ໃນ​ທ້າຍ​ເດືອນ​ພະຈິກ​ຜ່ານ​ມາ​ນີ້, ກອງພັນ 564 ເຫຼົ່າ​ຮົບ​ປ້ອງ​ກັນ​ອາກາດ ທີ່​ຂຶ້ນ​ກັບກອງ​ພົນ​ທີ 5 ໄດ້​ສຳເລັດ​ການຫັດແອບ​ ຍິງ​ລູກປືນ​ແທ້, ໂດຍ​ການ​ເປັນ​ປະ ທານ ​ຂອງສະຫາຍ ພົນຈັດຕະວາ ທອງ​ສະໄໝ ສຸກ​ປະເສີດ ຫົວ ໜ້າ​ການ​ທະຫານ ກອງ​ພົນ​ທີ 5, ມີ​ຜູ້ຕາງໜ້າກົມປ້ອງ​ກັນອາ ກາດກົມ​ໃຫຍ່​ເສນາ​ທິ​ການ​ກອງ ທັບ, ອົງການ 5 ຫ້ອງ, ພະແນກ ການ​ທີ່​ກ່ຽວຂ້ອງ, ຄະນະ​ພັກ-ຄະນະ​ບັນຊາ​ກອງພັນ 564 ຕະ ຫຼອດ​ຮອດພະນັກງານ-ນັກຮົບ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນມີ ຫງວນ​ສີ ຫົວໜ້າ​ພະ​ແນກ​ປ້ອງ​ກັນ​ອາກາດ ກອງ​ພົນ​ທີ 5 ໄດ້​ຜ່ານ​ແຜນການ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນ​ແທ້ ໃນ​ນີ້, ມີ​ແຜນການ​ຍິງ​ຈ້ອງ ແລະ ຍິງເປົ້າໝາຍໜ້າດິນ ແຕ່​ລະ​ໄລຍະ​ຂອງປືນ 23-2 ​ມມ, ປືນ 37-1 ​ມມ ແລະ ປືນ 14,5 ​ມມ. ທັງ​ນີ້, ເພື່ອ​ເປັນ​ການ​ເຝິກຝົນ​ທາງ​ດ້ານ​ສິລະ​ປະຍຸດ-ຍຸດທະວິທີໃຫ້​ ພະນັກງານ-ນັກ ຮົບມີ​ຄວາມ​ຊຳນານ ຄ່ອງ​ແຄ່ວ​ທາງ​ດ້ານ​ວິຊາ​ສະເພາະ ເພື່ອ​ຮັບປະກັນ​ໃຫ້​ແກ່​ການ​ປະຕິບັດ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ຜ່ານ​ການ​ຍິງເປົ້າໝາຍຕົວ​ຈິງ ສາມາດ​ຮັບປະກັນ​ຄວາມ​ປອດ​ໄພ​ໄດ້ 100%. ສະຫາຍ ພົນ​ຈັດຕະວາ ທອງ​ສະໄໝ ສຸກ​ປະເສີດ ໄດ້ສະ ແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນ ສຳເລັດ​ບັ້ນ​ອົບຮົມ-ຫັດ​ແອບ​ຍິງ​ລູກປືນ​ແທ້​ໃນ​ຄັ້ງ​ນີ້, ພ້ອມ​ທັງ​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ ຕະຫຼອດ​ຮອດພະນັກງານ-ນັກຮົບ ​ເພີ່ມ​ທະວີ​ວຽກ​ງານ​ອົບຮົມ-ຫັດ​ແອບ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ໃຫ້​ນັບ​ມື້​ສູງ​ຂຶ້ນ, ປັບປຸງ​ລະບຽບ​ແບບແຜນ​ໃຫ້​ເຂັ້ມ​ງວດ ເພື່ອ​ສ້າງ​ກົມ​ກອງ​​ມີ​ຄວາມ​ເຂັ້ມແຂງ​ໜັກແໜ້ນ ກຽມພ້ອມ​ຮັບ​ໃຊ້​ໜ້າທີ່​ການເມືອງ​ທີ່ການ ຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍໃຫ້​ໄດ້​ຮັບ​ຜົນສຳເລັດສູງ. ໂດຍ: ທອງ​ປານ ສີດາ​ໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ