ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ກອງພັນ​ໃຫຍ່ 642 ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ
ເວລາອອກຂ່າວ: 2024-12-04 09:20:11 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1185 | ຄວາມນິຍົມ:



ໃນ​ວັນ​ທີ 26 ພະຈິກ 2024, ກອງພັນ​ໃຫຍ່ 642 ໄດ້​ມອບ​ເງິນ​ນະໂຍບາຍ​ອຸດ​ໜູນ​ໃຫ້​ພະນັກງານ​ທີ່​ພັກ​ການ ​ຮັບ​ບຳນານ, ໂດຍ ​ການ​ເປັນ​ປະທານ ​ຂອງສະຫາຍ ພັນ​ໂທ ສີ​ນວນ ສັກ​ຕິ​ເດດ ຮັກສາ​ ການ​ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 642, ມີ​ຄະນະ​ພັກ-ຄະນະ​ບັນຊາ 5 ພະແນກການ, ຂະແໜງການ​ທີ່​ກ່ຽວຂ້ອງ ແລະ ພະນັກງານ​ບຳນານ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສອນ​ໄພ​ວັນ ຈັນທະ​ແສງ ຫົວໜ້າ​ຂະແໜງ​ພະນັກງານ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າດ້ວຍການ​ອະນຸ ມັດ​ໃຫ້​ນາຍ​ທະຫານ ຢູ່ກອງພັນ​ໃຫຍ່ 642 ພັກ​ການ ​ຮັບ​ບຳນານ ໂດຍ​ປະຕິບັດ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ-ລັດ ທີ່​ມີ​ຕໍ່ພະ ນັກງານ-ນັກຮົບ ໃນ​ກອງທັບ​ປະຊາຊົນ​ລາວ ແລະ ອີງ​ຕາມ​ກົດ ໝາຍ ວ່າ​ດ້ວຍ​ປະກັນ​ສັງຄົມ ແລະ ກົດໝາຍ ວ່າ​ດ້ວຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ. ກະຊວງ​ປ້ອງ​ກັນ​ປະເທດ ຕົກລົງ​ອະນຸມັດ​ໃຫ້​ພະນັກງານ ຢູ່ກອງພັນ​ໃຫຍ່ 642 ພັກ​ການ​ຮັບ​ບຳນານ ຈຳນວນ 10 ສະຫາຍ ໃນ​ນີ້, ມີ​ຊັ້ນ​ພັນ​ໂທ 7 ສະຫາຍ, ພັນ​ຕີ 2 ສະຫາຍ ແລະ ຮ້ອຍ​ເອກ 1 ສະ ຫາຍ ລວມ​ເປັນ​ເງິນ​ທັງ​ໝົດ 170.923.000 ກີບ. ສະຫາຍ ພັນ​ໂທ ສີ​ນວນ ສັກ​ຕິ​ເດດ ໄດ້​​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍຕໍ່ບັນດາ​ພະນັກງານ​ບຳນານທີ່​ໄດ້​ເສຍສະຫຼະ​ສຸມ​ສະຕິ​ປັນຍາ, ເຫື່ອແຮງ​ຂອງ​ຕົນ​ເຂົ້າ​ໃນ​ການ​ປະຕິບັດ​ໜ້າທີ່​ ວຽກ​ງານ ທີ່​ພັກ-ລັດ ການຈັດ ຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້, ລວມ​ທັງ​ຜົນງານ​ການເຄື່ອນໄຫວ​ຂະ​ບວນ​ການ​ດ້ານ​ຕ່າງໆ ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ກໍ​ຄືການ​ນຳພາ-ຊີ້​ນຳ, ສຶກ​ສາ​ອົບຮົມພະ ນັກງານ-ນັກຮົບ ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກໍ່ສ້າງ​ກົມ​ກອງ​ໃນ​ໄລຍະ​ຜ່ານ​ມາ, ຮຽກ ຮ້ອງ​ມາ​ຍັງ​ພະນັກງານ ທີ່​ພັກ​ການ​ ຮັບ​ບຳນານ​ໃນ​ຄັ້ງ​ນີ້ ຈົ່ງ​ສືບຕໍ່​ຮັກສາ​ມູນເຊື້ອ​ອັນ​ດີງາມ​ຂອງ​ຕົນ ເຂົ້າ​ໃນ​ການ​ປຸກລະດົມ​ຊຸກຍູ້​ລູກ​ຫຼານໃຫ້​ເຂົາເຈົ້າ​ໄດ້​ຮັບ​ຮູ້​ເຂົ້າໃຈ​ຕໍ່​ແນວທາງ​ນະໂຍ ບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ໃນ​ໄລຍະ​ໃໝ່, ພ້ອມ​ທັງໄດ້​ ອວຍພອນ​ໄຊ​ໃຫ້​ບັນດາ​ພະນັກ ງານ​ທີ່​ເຂົ້າ​ຮັບ​ບຳນານ ຈົ່ງ​ຮັກສາ​ສຸຂະພາບ​ຂອງ​ຕົນ​ໃຫ້​ແຂງແຮງ ເພື່ອ​ເປັນ​ແວ່ນ​ແຍງ​ໃຫ້​ພະນັກ ງານ​ຮຸ່ນ​ສືບ​ທອດ, ພ້ອມ​ດຽວ​ກັນ​ນັ້ນ ​ກໍ​ຕ້ອງ​ໄດ້​ໃຫ້​ຄວາມຮ່ວມ​ມື​ໃນ​ທຸກ​ດ້ານ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ເພື່ອ​ເຮັດ​ສອງ​ໜ້າທີ່​ຍຸດ​ທະ​ສາດຂອງ​ຊາດ, ຂອງ​ພັກ​ໃນ​ໄລຍະ​ໃໝ່. ໂດຍ: ແຟນ​ຕ່າ ໄຊ​ຍະ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ